ຈີນເຕືອນຮັບມືຄື້ນຄວາມຮ້ອນໃນຫລາຍພາກພື້ນ

ສູນອຸຕຸນິຍົມວິທະຍາແຫ່ງຊາດຈີນຄາດຄະເນວ່າ: ຄື້ນຄວາມຮ້ອນໄລຍະຍາວຈະສົ່ງຜົນກະທົບຕໍ່ຫລາຍພາກພື້ນທົ່ວຈີນ ລະຫວ່າງວັນທີ 14-22 ກໍລະກົດນີ້ ເຊິ່ງບາງພື້ນທີ່ອາດມີອຸນຫະພູມໃກ້ຄຽງ ຫລື ສູງເກີນສະຖິຕິສູງສຸດທີ່ຜ່ານມາ.
ນັກພະຍາກອນອາກາດປະຈໍາສູນອຸຕຸນິຍົມວິທະຍາແຫ່ງຊາດຈີນ ກ່າວວ່າ: ພາກເໜືອ ແລະ ພື້ນທີ່ລຸ່ມແມ່ນໍ້າເຫລືອງ-ແມ່ນໍ້າຫວຍເຫີຈະຜະເຊີນຄື້ນຄວາມຮ້ອນຮຸນແຮງຂຶ້ນຕາມການແຜ່ຂະຫຍາຍຂຶ້ນເໜືອຂອງຄວາມກົດອາກາດສູງເຄິ່ງເຂດຮ້ອນ ເຮັດໃຫ້ຫລາຍພື້ນທີ່ມີອຸນຫະພູມປະຈໍາວັນສູງສຸດເກີນ 37 ອົງສາ ແລະ ອາກາດຮ້ອນຊຸ່ມຢ່າງຊັດເຈນຍິ່ງຂຶ້ນ.
ສໍານັກຂ່າວຊິນຮົວລາຍງານວ່າ: ຄື້ນຄວາມຮ້ອນຈະຍັງແຜ່ຂະຫຍາຍວົງກວ້າງໃນຫລາຍວັນຕໍ່ໜ້າ ໂດຍການຄວບຄຸມ ແລະ ຄວາມຮຸນແຮງມີທ່າອ່ຽງເຖິງລະດັບສູງສຸດໃນວັນທີ 15-16 ກໍລະກົດ ເຮັດໃຫ້ຫລາຍມົນທົນທົ່ວຈີນປະກາດ ແລະ ຍົກລະດັບການເຕືອນໄພອາກາດຮ້ອນ.
ກົມອຸຕຸນິຍົມວິທະຍາມົນທົນສ່ານຊີທາງຕາເວັນຕົກສຽງເໜືອຂອງຈີນກ່າວວ່າ: ພື້ນທີ່ສ່ວນຫລາຍຂອງມົນທົນສ່ານຊີຈະຜະເຊີນຄື້ນຄວາມຮ້ອນໄລຍະຍາວໃນວົງກວ້າງລະຫວ່າງວັນທີ 14-19 ກໍລະກົດ ເພາະອິດທິພົນຈາກຄວາມກົດອາກາດສູງພາກພື້ນທະວີບ ໂດຍກວນຈົງຈະມີອຸນຫະພູມສູງຕິດຕໍ່ກັນ 6 ວັນ ເຊິ່ງບາງພື້ນທີ່ອາດສູງເກີນ 40 ອົງສາ ແລະ ໃກ້ຄຽງ ຫລື ທໍາລາຍສະຖິຕິເກົ່າ.
ສູນອຸຕຸນິຍົມວິທະຍາມົນທົນເຫີໜານຕອນກາງຂອງຈີນປະກາດເຕືອນໄພອາກາດຮ້ອນອົບເອົ້າ ລະດັບສີແດງ ໃນຕອນທ່ຽງວັນທີ 14 ກໍລະກົດ ເຊິ່ງສູງຂຶ້ນຈາກລະດັບສີສົ້ມທີ່ປະກາດກ່ອນໜ້າ ໂດຍຫລາຍເຂດເຊັ່ນ: ຊິນຊຽງ, ຈຽວຈົ້ວ ແລະ ເຈິງໂຈ ອາດມີອຸນຫະພູມສູງເກີນ 40 ອົງສາ.

