ທ່ານ ທຣໍາ ກຽມຂຶ້ນພາສີນໍາເຂົ້າ EU-ແມັກຊິກ 30% ເລີ່ມ 1 ສິງຫາ ຖ້າຕອບໂຕ້ຈະປັບພາສີຂຶ້ນອີກ

           ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ປະກາດວ່າ: ອາເມລິກາກຽມເກັບພາສີນໍາເຂົ້າ 30% ຕໍ່ສິນຄ້າຈາກສະຫະພາບເອີຣົບ (EU) ແລະ ແມັກຊິກ ນັບແຕ່ວັນທີ 1 ສິງຫານີ້. ພ້ອມເຕືອນວ່າ: ຖ້າທັງສອງປະເທດຕອບໂຕ້ດ້ວຍການເກັບພາສີອາເມລິກາກັບ ທ່ານຈະປັບເພີ່ມພາສີນໍາເຂົ້າໃຫ້ສູງຂຶ້ນອີກຈາກ 30%.

           ກ່ອນໜ້ານີ້, EU ຫວັງວ່າ ຈະສາມາດບັນລຸຂໍ້ຕົກລົງກັບອາເມລິກາກ່ອນເຖິງວັນທີ 1 ສິງຫາ ຫລັງຈາກມີຄວາມພະຍາຍາມເຈລະຈາຫາລືລະຫວ່າງຜູ້ແທນທັງສອງຝ່າຍຢ່າງຕໍ່ເນື່ອງ ໂດຍທ່ານ ອົວຊູລາ ຟອນ ເດິ ໄລເອິນ ປະທານຄະນະກໍາມາທິການເອີຣົບ ລະບຸວ່າ: EU ພ້ອມເຈລະຈາ ແລະ ຈະປົກປ້ອງຜົນປະໂຫຍດຂອງຕົນ ລວມທັງກຽມມາດຕະການຕອບໂຕ້ຖ້າຈໍາເປັນ.

           ເນື້ອໃນຈົດໝາຍເຖິງ EU ທ່ານ ທຣໍາ ລະບຸວ່າ: ອາເມລິກາ ແລະ EU ເຈລະຈາການຄ້າກັນມາຫລາຍປີ, ແຕ່ຍັງມີບັນຫາຂາດດຸນການຄ້າໄລຍະຍາວທີ່ເກີດຈາກນະໂຍບາຍພາສີ ແລະ ອຸປະສັກທາງການຄ້າຂອງ EU. ທ່ານເນັ້ນວ່າ: ການພົວພັນທາງການຄ້າລະຫວ່າງອາເມລິກາ-EU ຜ່ານມາເປັນໄປໃນລັກສະນະ “ບໍ່ເປັນທໍາ ແລະ ບໍ່ເທົ່າທຽມ”.

           ໃນອະດີດ, ທ່ານ ທຣໍາ ເຄີຍສະເໜີຂຶ້ນພາສີ 20% ຕໍ່ສິນຄ້າຈາກ EU ແລະ ຂູ່ຈະເພີ່ມເປັນ 50% ຖ້າການເຈລະຈາບໍ່ຄືບໜ້າ ໂດຍໃນປີ 2024 ອາເມລິກາມີຕົວເລກຂາດດຸນການຄ້າກັບ EU ປະມານ 235.6 ພັນລ້ານໂດລາ.

           ຂະນະທີ່ຈົດໝາຍທີ່ສົ່ງເຖິງປະເທດໃກ້ຄຽງຂອງອາເມລິກາ ຄືແມັກຊິກ, ທ່ານ ທຣໍາ ລະບຸວ່າ: ແມັກຊິກຍັງດໍາເນີນມາດຕະການ “ບໍ່ພຽງພໍ” ໃນການຢຸດບັນຫາຢາເສບຕິດຂ້າມແດນ. ເຖິງຢ່າງໃດກໍຕາມ, ຈົດໝາຍຂອງທ່ານ ທຣໍາ ບໍ່ໄດ້ລະບຸວ່າສິນຄ້າແມັກຊິກທີ່ຢູ່ພາຍໃຕ້ຂໍ້ຕົກລົງ USMCA ປີ 2020 ຈະໄດ້ຮັບຍົກເວັ້ນຈາກພາສີໃໝ່ ຫລື ບໍ່. ຂະນະທີ່ທໍານຽບຂາວລະບຸວ່າ: ສິນຄ້າຈາກການາດາຈະໄດ້ຮັບການຍົກເວັ້ນພາຍໃຕ້ຂໍ້ຕົກລົງດັ່ງກ່າວ.

ອ້າງອີງ: