ແຫລ່ງທຶນການຜະລິດສິນຄ້າລາວ ຍັງບໍ່ທັນສູງຍ້ອນຂໍ້ຈຳກັດຫລາຍຢ່າງ

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີໄດ້ມີຄຳເຫັນຕໍ່ກອງປະຊຸມຄະນະຊີ້ນໍາ ກອງທຶນສົ່ງເສີມການຜະລິດສິນຄ້າລາວ ວັນທີ 10 ກໍລະກົດ 2025 ຜ່ານມານີ້ວ່າ: ການສະໜັບສະໜູນຊ່ວຍເຫລືອຜູ້ ປະກອບການທີ່ເປັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫລື MSME ໃນຂອບເຂດທົ່ວປະເທດໄລຍະຜ່ານມານັ້ນ ສາມາດສະໜອງທຶນໃຫ້ໄດ້ 3,357 ຫົວໜ່ວຍ, ຊຶ່ງເຫັນວ່າເປັນຜົນງານອັນສໍາຄັນທີ່ເຮັດໄດ້. ແຕ່ເຖິງຢ່າງໃດກໍຕາມ ຖ້າສົມທຽບໃສ່ຄວາມ ຕ້ອງການໃນການເຂົ້າເຖິງແຫລ່ງທຶນເພື່ອຊຸກຍູ້ການຜະລິດເປັນສິນຄ້າກໍເຫັນວ່າຍັງເປັນໂຕເລກທີ່ບໍ່ທັນສູງ. ທັງນີ້, ເນື່ອງຈາກຂໍ້ຈຳກັດຫລາຍອັນທີ່ ບັນດາກຸ່ມ, ສະມາຄົມ, ສະຫະກອນ, ກຸ່ມຜະລິດ ບໍ່ສາມາດປະຕິບັດ ຫລື ຕອບສະໜອງໄດ້ເງື່ອນໄຂໃນການກູ້ຢືມກັບທະນາຄານທຸລະກິດ ເຊັ່ນ: ບໍ່ມີຫລັກຊັບຄໍ້າປະກັນ, ສະມາຊິກໃນກຸ່ມ ຫລື ສະຫະກອນການຜະລິດບໍ່ມີໃຜຈະນໍາໃຊ້ຫລັກຊັບສ່ວນຕົວ ເພື່ອຄໍ້າປະກັນກູ້ຢືມເປັນສ່ວນລວມ. ລວມເຖິງ ອັດຕາດອກເບ້ຍກູ້ຢືມທີ່ສູງບໍ່ສອດຄ່ອງກັບການຜະລິດກະສິກຳ, ຫລື ເຄີຍມີໜີ້ເສຍກັບສະຖາບັນການເງິນມາກ່ອນ ຈຶ່ງບໍ່ສາມາດເຂົ້າເຖິງແຫລ່ງທຶນ ເພື່ອການຜະລິດໄດ້.
ຍ້ອນເຫັນໄດ້ຂໍ້ຫຍຸ້ງຍາກຄືແນວນັ້ນ, ລັດຖະບານ ຈຶ່ງໄດ້ມີແຈ້ງການ ເລກທີ 25/ຫສນຍ, ລົງ ວັນທີ 07 ມັງກອນ 2025 ຊີ້ນຳໃຫ້ ກະຊວງ ອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບ ກະຊວງກ່ຽວຂ້ອງ ສ້າງດໍາລັດວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ກອງທຶນຊຸກຍູ້ສົ່ງເສີມການຜະລິດ ສິນຄ້າ ຢູ່ ສປປ ລາວ, ຊຶ່ງ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດການຄົ້ນຄວ້າ ແລະ ລັດຖະບານໄດ້ຕົກລົງຮັບຮອງເອົາ ດຳລັດກອງທຶນສົ່ງເສີມການຜະລິດສິນຄ້າລາວ ຫຼື ດຳລັດ 483/ນຍ ໃນເດືອນມິຖຸນາ 2025 ເພື່ອເປັນບ່ອນອີງໃນການຄຸ້ມຄອງກອງທຶນ ແລະ ຊຸກຍູ້ການຜະລິດເປັນສິນຄ້າຂອງລາວ ໃຫ້ດີຂຶ້ນ ແລະ ສາມາດຕອບສະຫນອງຄວາມຕ້ອງການພາຍໃນ ໃນຕໍ່ຫນ້າໃຫ້ຫລາຍຂຶ້ນ.
ທີ່ມາ: ກະຊວງອຸດສາຫະກໍາ ແລະ ການຄ້າ

