
ເກັ່ງຫລາຍ!! ນັກກິລາດອກປີກໄກ່ທີມຊາດລາວ ຄວ້າ 1 ຫຼຽນຄຳປະຫວັດສາດ, 3 ຫຼຽນ ແລະ 7 ຫຼຽນ ລວມ 11 ຫຼຽນ ລາຍການBadminton Asia Regional South East Asia Championship 2025 ທີ່ປະເທດກຳປູເຈຍ
ຜົນງານການເເຂ່ງຂັນດອກປີກໄກ່ລະດັບອະນຸພາກພື້ນ Badminton Asia Regional South East Asia Championship 2025 ໃນລະຫວ່າງວັນທີ 7-12 ກໍລະກົດ 2025 ທີ່ນະຄອນຫຼວງພະນົມເປນ ປະເທດກຳປູເຈຍ

ໂດຍຜົນງານແຂ່ງຂັນມື້ສຸດທ້າຍ 12 ກໍລະກົດ 2025 ນັດຊິງຊະນະເລີດ ປະເພດບຸກຄົນ:
ດ່ຽວຍິງ ອາຍຸບໍ່ເກີນ 23 ປີ
ນາງ ພຸດສະຫວັນ ດາວປະສິດ ຊະນະ ກຳປູເຈຍ 2:0 ເກມ 21:14 / 21:13 ຄວ້າຫຼຽນຄຳໄປຄອງ ແລະ ເປັນຫຼຽນຄຳປະຫວັດສາດ ຫຼຽນຄຳໜຶ່ງດຽວໃນຄັ້ງນີ້ຂອງ ສປປ ລາວ
ສ່ວນຜົນແຂ່ງຂັນຮອບຊິງຊະນະເລີດ ຄູ່ອື່ນ:
ຄູ່ຊາຍ ອາຍຸບໍ່ເກີນ 23 ປີ
ທ້າວ ສາຍຟ້າ ສີລິວົງ ຄູ່ກັບ ທ້າວໄຊຍະສອນ ແກ້ວໄຊ ເສຍໃຫ້ກັບ ມຽນມາ 1:2 ເກມ 14:21 / 21:17 / 18:21 ໄດ້ຫຼຽນ
ຄູ່ປະສົມ ອາຍຸບໍ່ເກີນ 23 ປີ
ທ້າວ ໄຊຍະສອນ ແກ້ວໄຊ ຄູ່ກັບ ນາງພຸດສະຫວັນ ດາວປະສິດ ເສຍໃຫ້ກັບ ກຳປູເຈຍ 0:2 ເຊັດ 12:21 / 20:22 ໄດ້ຫຼຽນ
ຄູ່ຍິງ ອາຍຸບໍ່ເກີນ 15 ປີ
ນາງ ສຸດທິດາ ສີປະເສີດ ຄູ່ກັບ ນາງອາມີນາ ບຸນຍົງ ເສຍໃຫ້ກັບ ກຳປູເຈຍ 0:2ເກມ 11:21 / 9:21 ໄດ້ຫຼຽນ
.

ສະຫຼຸບຜົນງານຄະນະກິລາດອກປີກໄກ່ເຍົາວະຊົນ-ຊາວໜຸ່ມ ທີມຊາດລາວ ຄວ້າໄດ້: 1 ຫຼຽນ , 3 ຫຼຽນ ແລະ 7 ຫຼຽນ ລວມ 11 ຫຼຽນ
ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ຄະນະນັກກິລາດອກປີກໄກ່ເຍົາວະຊົນ-ຊາວໜຸ່ມ ທີມຊາດລາວ ທີ່ສ້າງຜົນງານໃນຄັ້ງນີ້
ທີ່ມາ: ສະຫະພັນດອກປີກໄກ່ແຫ່ງຊາດລາວ

