ແຕ່ງຕັ້ງ ທ່ານ ສິລະປະກອນ ພົມມະໄຊສີ ເປັນຮັກສາການເຈົ້າເມືອງໄຊທານີ ນະຄອນຫລວງວຽງຈັນ

ວັນທີ 9 ກໍລະກົດ 2025 ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງ ທ່ານ ສິລະປະກອນ ພົມມະໄຊສີ ເປັນຮັກສາການເຈົ້າເມືອງໄຊທານີ ແລະ ທ່ານ ຄໍາເວີຍ ສີຫາທໍາ ຫົວໜ້າຄະນະໂຄສະນາອົບຮົມ ເປັນຮອງເຈົ້າເມືອງໄຊທານີ ພ້ອມດຽວກັນກໍໄດ້ເຊັ່ນບົດບັນທຶກມອບ-ຮັບຫນ້າທີ່ ເຈົ້າເມືອງ ຜູ້ເກົ່າ ແລະ ຮັກສາການເຈົ້າເມືອງຜູ້ໃໝ່
ເຂົ້າຮ່ວມຂອງ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະ ຄອນຫຼວງວຽງຈັນ ມີບັນດາ ຄະນະ ພັກເມືອງ ຮອງເຈົ້າເມືອງ ຄະນະປະຈາພັກເມືອງ ກຳມະການພັກເມືອງ.
ນອກນີ້ ທ່ານ ສົມເດັດ ວົງພູທອນ ຮອງຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ ຍັງໄດ້ ຜ່ານຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫລວງວຽງຈັນ ວ່າດ້ວຍການອະນຸມັດໃຫ້ ທ່ານ ນາງ ດຳດວນ ຈັນທະວົງ ຮອງເຈົ້າເມືອງໄຊທານີ ອອກພັກການຮັບອຸດໜູນບໍານານຕາມລະບຽບການຕື່ມອີກ.

