ທຄຕລ-ໄອເຕັກ ຮ່ວມມືສົ່ງເສີມການຊໍາລະຄ່າສີນຄ້າຜ່ານລະບົບ One Pay

ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ແລະ ສູນການຄ້າລາວ-ໄອເຕັກໄດ້ຮ່ວມກັນຈັດກິດຈະກໍາສົ່ງເສີມໃຫ້ຜູ້ປະກອບການນໍາໃຊ້ການຊໍາລະສີນຄ້າຜ່ານລະບົບວັນເພ (One Pay) ຂຶ້ນທີ່ສູນການຄ້າດັ່ງກ່າວແຕ່ວັນທີ 16-25 ທັນວານີ້, ພາຍຫລັງລະບົບທັນສະໄໝນີ້ເປັນໜຶ່ງຜະລິດຕະພັນທີ່ ທຄຕລ ໄດ້ພັດທະນາຂຶ້ນມາໃໝ່ ແລະ ພວມໄດ້ຮັບຄວາມສົນໃຈຈາກຜູ້ປະກອບການຂະໜາດນ້ອຍ ແລະ ຫ້າງຮ້ານຕ່າງໆຢ່າງກວ້າງຂວາງໃນນະຄອນຫລວງວຽງຈັນ.

ໂດຍ ທຄຕລ ໄດ້ເປີດຫ້ອງວາງສະແດງ ແລະ ປະຊາສໍາພັນກ່ຽວກັບຜະລິດຕະພັນດັ່ງກ່າວຢູ່ໃນງານວາງສະແດງສີນຄ້າແຫ່ງນີ້, ເພື່ອແນະນໍາໃຫ້ຜູ້ປະກອບການ, ຮ້ານຈໍາໜ່າຍສີນຄ້າ ແລະ ຮ້ານອາຫານຢູ່ໃນສູນການຄ້າດັ່ງກ່າວໄດ້ນໍາໃຊ້ລະບົບດັ່ງກ່າວໃນການຊໍາລະຄ່າສີນຄ້າ ແລະ ບໍລິການຕ່າງໆໄດ້ສະດວກວ່ອງໄວຂຶ້ນ, ໂດຍຕະຫລອດການຈັດກິດຈະກໍາໄດ້ມີຫົວໜ່ວຍທຸລະກິດ, ຫ້າງຮ້ານ ແລະ ການບໍລິການຕ່າງໆໄດ້ມາສະໝັກລົງທະບຽນ BCEL One ແລະ One Pay ເພື່ອຮັບເອົາລະຫັດ (QR Code) ຈາກທະນາຄານເພື່ອນໍາໃຊ້ລະບົບດັ່ງກ່າວ.

ພະນັກງານທະນາຄານ ທຄຕລ ໃຫ້ຮູ້ວ່າ: ພາຍຫລັງ ທຄຕລ ໄດ້ເປີດນໍາໃຊ້ ລະບົບວັນເພຢ່າງເປັນທາງການແຕ່ວັນທີ 30 ພະຈິກເປັນຕົ້ນມາ, ເຫັນວ່າໄດ້ຮັບຄວາມສົນໃຈຈາກຜູ້ປະກອບການຫົວໜ່ວຍທຸລະກິດໃນທຸກລະດັບ ນັບແຕ່ຮ້ານຂາຍປິ້ງກ້ວຍຈົນໄປຮອດທຸລະກິດຂະໜາດນ້ອຍ ແລະ ກາງ. ປັດຈຸບັນມີຫລາຍກວ່າ 300 ຫົວໜ່ວຍບໍລິການໄດ້ນໍາໃຊ້ລະບົບດັ່ງກ່າວ, ເຊິ່ງລະບົບວັນເພ ເປັນນະວັດຕະກໍາການຊໍາລະເງິນຮູບແບບໃໝ່ທີ່ອໍານວຍຄວາມສະດວກຕໍ່ຜູ້ຊື້ ແລະ ຜູ້ຂາຍ, ບໍ່ຫຍຸ້ງຍາກໃນການທອນເງິນ, ບໍ່ສີ້ນເປືອງເວລາ, ມີຄວາມປອດໄພ, ສາມາດກວດສອບໄດ້, ອັນສໍາຄັນແມ່ນຫລີກລ້ຽງຄວາມສ່ຽງຕໍ່ການຮັບເງິນປອມ ແລະ ເກັບມ້ຽນເງິນສົດ ແລະ ໃນມໍ່ໆນີ້ຈະຂະຫຍາຍການນໍາໃຊ້ລະບົບດັ່ງກ່າວໄປສູ່ບັນດາແຂວງອື່ນໆໃນຂອບເຂດທົ່ວປະເທດ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ສອດຄ່ອງຕາມນະໂຍບາຍຂອງພັກ ແລະ ລັດຖະບານໃນການຫລຸດຜ່ອນການນໍາໃຊ້ເງິນສົດໃນຂອດຈໍລະຈອນ ແລະ ຫ້າມນໍາໃຊ້ລະບົບການຊໍາລະສະສາງທີ່ທັນທັນສະໄໝຂຶ້ນ.