6 ເດືອນຕົ້ນປີ ແຂວງຄຳມ່ວນເກັບລາຍຮັບໄດ້ເກືອບ 3 ພັນຕື້ກີບ ຫລາຍກວ່າ 70% ຂອງແຜນ

ທ່ານ ບຸນຄໍາ ໄຊຍະແສງຮອງຫົວໜ້າພະແນກການເງິນແຂວງຄຳມ່ວນ ລາຍງານຕໍ່ ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານການເງິນ 6 ເດືອນຕົ້ນປີ 2025 ແຂວງຄຳມ່ວນ ວັນທີ 9 ກໍລະກົດ 2025 ນີ້ ວ່າ:  ປີ 2025 ແຂວງຄຳມ່ວນ ມີແຜນຈັດເກັບລາຍຮັບທັງໝົດ 3,947 ຕື້ກີບ, ປະຕິບັດໄດ້ 2,825.41 ຕື້ກີບ ເທົ່າກັບ 71,57% ຂອງແຜນປີ, ທຽບໃສ່ໄລຍະດຽວປີຜ່ານມາເພີ່ມຂຶ້ນ 854,64 ຕື້ກີບ ເທົ່າກັບ 43,37%. ສູນກາງ ປະຕິບັດໄດ້ 869,27 ຕື້ກີບ ຂັ້ນແຂວງ 1,956.15 ຕື້ກີບ ເທົ່າກັບ 72,72% ຂອງແຜນການປີ.

ລາຍບໄດ້ຈາກພາກສ່ວນຕ່າງໆຄື:

  • ສ່ວຍສາອາກອນ ປະຕິບັດໄດ້ 1,329.64 ຕື້ກີບ
  • ຄ່າຊັບພະຍາກອນ ແລະ ພາກຫຼວງປະຕິບັດໄດ້ 604,39 ຕື້ກີບ
  • ຄຸ້ມຄອງຊັບສິນຂອງລັດປະຕິບັດໄດ້ 21,99 ຕື້ກີບ
  •  ຄຸ້ມຄອງລັດວິສາຫະກິດ ແລະ ປະກັນໄພ ປະຕິບັດໄດ້ 127 ລ້ານກີບ

ດ້ານລາຍຈ່າຍ ແຜນລາຍຈ່າຍທັງໝົດ ແມ່ນ 1,499.16 ຕື້ກີບໃນ 6 ເດືອນຕົ້ນປີ ປະຕິບັດໄດ້ 710,54 ຕື້ກີບ ເທົ່າກັບ 47,40% ຂອງແຜນປີ, ການແກ້ໄຂໜີ້ສິນຂອງລັດກໍ່ຫຼຸດລົງເປັນກ້າວໆ ສາມາດຊ່ວຍສະພາບຄ່ອງ ແລະ ຊຸກຍູ້ປະກອບການສາມາດດໍາເນີນທຸລະກິດໄດ້ຄ່ອງຕົວຂຶ້ນ.

6 ເດືອນທ້າຍປີ ຄາດຄະເນເກັບລາຍຮັບ 1,652.87 ຕື້ກີບ ເທົ່າກັບ 41,87% ຂອງແຜນປີ ໃນນີ້ ລາຍຮັບສູນກາງ 525,77 ຕື້ກີບ ເທົ່າກັບ 41,80% ຂອງແຜນປີ, ລາຍຮັບທ້ອງຖິ່ນ 1,127.10 ຕື້ກີບ ເທົ່າກັບ 28,55% ຂອງແຜນປີ.