ອາຊຽນຢືນຢັນຈຸດຢືນ “ປອດອາວຸດນິວເຄຼຍ” ໃນພາກພື້ນ

ທ່ານ ໂມຮໍາໝັດ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ ກ່າວວ່າ: ກຸ່ມສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຍັງຍຶດໝັ້ນວ່າຈະເຮັດໃຫ້ອາຊຽນເປັນເຂດປອດອາວຸດນິວເຄຼຍ ພາຍໃຕ້ຂອບສົນທິສັນຍາວ່າດ້ວຍເຂດປອດອາວຸດນິວເຄຼຍໃນອາຊີຕາເວັນອອກສຽງໃຕ້ (SEANWFZ).
ສໍານັກຂ່າວຊິນຮົວລາຍງານວ່າ: ຄໍາຖະແຫລງດັ່ງກ່າວມີຂຶ້ນລະຫວ່າງກອງປະຊຸມຄະນະກໍາມາທິການ WEANWFZ ໃນວັນທີ 8 ກໍລະກົດ ເຊິ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ກອງປະຊຸມທີ່ກ່ຽວຂ້ອງ.
ທ່ານ ຮາຊັນ ເນັ້ນວ່າ: ອາຊຽນໃຫ້ຄວາມສໍາຄັນຕໍ່ການສົ່ງເສີມການໃຊ້ນິວເຄຼຍໃນທາງສັນຕິເຊັ່ນ: ດ້ານກະສິກໍາ, ການແພດ ແລະ ເຕັກໂນໂລຊີອາຫານ ຕາມຫລັກການຂອງສົນທິສັນຍາ SEANWFZ ແລະ ສົນສິສັນຍາບໍແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ມີຄວາມກ້າວໜ້າຫລາຍ ໂດຍສະເພາະການຮ່ວມມືຢ່າງຕໍ່ເນື່ອງກັບອົງການພະລັງງານປະລະມານູສາກົນ (IAEA).
ນອກຈາກນີ້, ທ່ານ ຮາຊັນ ຍັງຮຽກຮ້ອງໃຫ້ປະເທດສະມາຊິກອາຊຽນຍັງພວມພະລັງກັນເພື່ອເຮັດໃຫ້ພາກພື້ນປອດຈາກອາວຸດນິວເຄຼຍຢ່າງແທ້ຈິງ ທ່າມກາງໄພຄຸກຄາມຕໍ່ມະນຸດຈາກອາວຸດນິວເຄຼຍ.
ທັງນີ້, ກຸ່ມປະເທດສະມາຊິກອາຊຽນໄດ້ລົງນາມສົນທິສັນຍາ SEANWFZ ຫລື ຮູ້ຈັກກັນໃນຊື່ ສົນທິສັນຍາບາງກອກ ໃນເດືອນທັນວາ 1995 ຢູ່ນະຄອນຫລວງບາງກອກ ປະເທດໄທ ເພື່ອສະແດງເຈດຈໍານົງຮ່ວມກັນໃນການຮັກສາໄວ້ເຊິ່ງພາກພື້ນທີ່ປອດອາວຸດນິວເຄຼຍຢ່າງຖາວອນ.

