ອິນໂດເນເຊຍສົ່ງຫົວໜ້າທີມເຈລະຈາໄປອາເມລິກາດ່ວນ ຫລັງທ່ານ ທຣໍາ ຂູ່ເກັບພາສີ 32%

ອິນໂດເນເຊຍກຽມພ້ອມກັບເຂົ້າສູ່ໂຕະເຈລະຈາການຄ້າກັບອາເມລິກາ ພາຍຫລັງປະທານາທິບໍດີ ໂດນັລ ທຣໍາ ຂູ່ຈະເກັບພາສີຕອບໂຕ້ໃນອັດຕາສູງເຖິງ 32% ສໍາລັບສິນຄ້າຈາກອິນໂດເນເຊຍ ນັບແຕ່ວັນທີ 1 ສິງຫານີ້ ຖ້າບໍ່ສາມາດບັນລຸຂໍ້ຕົກລົງໄດ້ທັນເວລາ.
ທ່ານ ແອຣລັງກາ ຮາຕາໂຕ ລັດຖະມົນຕີກະຊວງປະສານງານເສດຖະກິດອິນໂດເນເຊຍ ເຊິ່ງເປັນຫົວໜ້າຄະນະເຈລະຈາ ຈະເດີນທາງເຖິງນະຄອນຫລວງວໍຊິງຕັນໃນວັນທີ 8 ກໍລະກົດ ແລະ ມີກໍານົດຫາລືກັບເຈົ້າໜ້າທີ່ລະດັບສູງຂອງລັດຖະບານອາເມລິກາ.
ໂຄສົກກະຊວງລະບຸວ່າ: ຍັງພໍມີຊ່ອງວ່າງໃຫ້ອິນໂດເນເຊຍຕອບສະໜອງຕໍ່ຂໍ້ສະເໜີຂອງອາເມລິກາໄດ້. ພ້ອມເນັ້ນວ່າ: ລັດຖະບານອິນໂດເນເຊຍຈະໃຊ້ທຸກໂອກາດທີ່ມີຢ່າງເຕັມສ່ວນເພື່ອປົກປ້ອງຜົນປະໂຫຍດຂອງປະເທດ.
ທັງນີ້, ການຂູ່ເກັບອັດຕາພາສີຕອບໂຕ້ກັບອິນໂດເນເຊຍເຖິງ 32% ໄດ້ສ້າງຄວາມປະຫລາດໃຈໃຫ້ເຈົ້າໜ້າທີ່ອິນໂດເນເຊຍ ເນື່ອງຈາກອາທິດຜ່ານມາ ລັດຖະບານອິນໂດເນເຊຍໄດ້ສະແດງວ່າໃກ້ບັນລຸຂໍ້ຕົກລົງກັບອາເມລິກາ ທັງຍັງເຄີຍຕັ້ງເປົ້າໄວ້ວ່າຈະຈັດພິທີລົງນາມຂໍ້ຕົກລົງການຄ້າ ແລະ ການລົງທຶນມູນຄ່າ 3.4 ໝື່ນລ້ານໂດລາ ເຊິ່ງຖືເປັນການສົ່ງສັນຍານຄວາມຄືບໜ້າກ່ອນບັນລຸຂໍ້ຕົກລົງພາສີຢ່າງເປັນທາງການ.

