ຈັບຕົວໄດ້ແລ້ວ ຜູ້ກໍ່ເຫດຄາຕະກຳ ຊີງຊັບແມ່ຕູ້ອາຍຸ 87 ປີ ຢູ່ບ້ານ ສີມຸງຄຸນ ເມືອງປາກຊັນ

ວັນທີ 5 ກໍລະກົດ 2025 ທ່ານ ພັທ ບຸນທະວີ ພົມມະໄຊ ຫົວໜ້າ ພະແນກສືບສວນ-ສອບສວນ, ຫ້ອງຕຳຫລວດ ປກສ ແຂວງ ບໍລິຄຳໄຊ ໄດ້ຖະແຫລງຂ່າວກ່ຽວກັບຄະດີຄາຕະກຳສະເທືອນຂັວນ ທີ່ເກີດຂຶ້ນຢູ່ບ້ານ ສີມຸງຄຸນ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ ວ່າ: ໃນເວລາ 11:30 ນາທີ ຂອງວັນທີ 30 ມິຖຸນາ 2025 ເຈົ້າໜ້າທີ່ຕໍາຫລວດພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄໍາໄຊ ໄດ້ຮັບແຈ້ງວ່າມີເຫດການຄົນເສຍຊີວິດຢູ່ ບ້ານ ສີມຸງຄຸນ ເມືອງ ປາກຊັນ ແຂວງບໍລິຄໍາໄຊ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະລົງສົມທົບກັບເຈົ້າໜ້າທີ່ ປກສ ເມືອງ ປາກຊັນ, ພະແນກນິຕິວິທະຍາ ແລະ ພາກສ່ວນກ່ຽວຂ້ອງລົງ ກວດກາສະຖານທີ່ເກີດເຫດ ແລະ ຊັນນະສູດສົບຕົວຈິງ.

ຜ່ານການກວດສອບຮູ້ວ່າ: ຜູ້ເສຍຊີວິດຊື່: ນາງ ຄໍາຜິວ ແສງສາທິດ (ປ້າດອນ) ອາຍຸ 87 ປີ ອາຊີບ ພະນັກງານບຳນານ (ແພດທະຫານ), ສະພາບຊາກສົບ ແມ່ນນອນເສຍຊີວິດຢູ່ໃນຫ້ອງນໍ້າເຮືອນຂອງຜູ້ກ່ຽວເອງ, ສະພາບສົບມີຖົງຢາງສີດໍາຄຸມຫົວ, ມີສະກ໋ອດໃສຮັດໄວ້ຢ່າງແໜ້ນໜາ, ມື ແລະ ຕີນທັງສອງເບື້ອງຖືກຮັດດ້ວຍສະກ໋ອດໃສ. ທາງຄອບຄົວໄດ້ຢັ້ງຢືນວ່າຄຳຮູບປະພັນ ຂອງຜູ້ເສຍຊີວິດຖືກລັກໄປ.
ເຈົ້າໜ້າທີ່ໄດ້ຮີບຮ້ອນເກັບກຳຂໍ້ມູນ, ຄັດຈ້ອນ ແລະ ຂຶ້ນບັນຊີເປົ້າໝາຍຜູ້ຕ້ອງສົງໄສ, ຮອດເວລາ 14:00 ໂມງ ຂອງວັນທີ 3 ກໍລະກົດ 2025 ຈຶ່ງສາມາດກັກຕົວເປົ້າໝາຍໄດ້ 1 ຄົນຊື່: ນາງ ສົມສະນຸກ ຫລື (ບີ່) ອາຍຸ 35 ປີ ອາຊີບ ກຳມະກອນ ຢູ່ບ້ານ ໂພນໄຊເໜືອ ເມືອງ ປາກຊັນ ແຂວງ ບໍລິຄຳໄຊ.

ຜ່ານການສືບສວນ-ສອບສວນ ນາງ ສົມສະນຸກ (ບີ່) ຍອມຮັບສາລະພາບວ່າ: ໃນໄລຍະຜ່ານມາຕົນແມ່ນມີການພົວພັນຮູ້ຈັກຄຸ້ນເຄີຍກັບຜູ້ເສຍຊີວິດເປັນຢ່າງດີເພາະໄດ້ເຂົ້າ-ອອກເຮືອນ, ແຕ່ງກິນ, ຫາອາຫານຈັດສົ່ງໃຫ້ແມ່ເຖົ້າຄຳຜິວ ຜູ້ທີ່ເສຍຊີວິດເປັນປະຈຳ ແລະ ຮູ້ການເຄື່ອນໄຫວດຳລົງຊີວິດປະຈຳວັນຢ່າງລະອຽດ, ຜູ້ກ່ຽວໄດ້ຍອມຮັບສາລະພາບວ່າເປັນຄົນລົງມືຄາຕະກຳນາງ ຄຳຜິວ ແສງສາທິດ ( ປ້າດອນ) ຈິງແທ້ ດ້ວຍຮູບການເອົາຖົງຢາງສີດໍາສຸບໃສ່ຫົວແລ້ວໃຊ້ສະກ໋ອດຄຽນຮັດຄໍໄວ້, ພ້ອມໃຊ້ສະກ໋ອດພັນມື ແລະ ຕີນທັງສອງເບື້ອງແລ້ວລາກໄປໃວ້ໃນຫ້ອງນໍ້າ ຈາກນັ້ນໄດ້ຈົກເອົາສາຍແຂນຄໍາ 1 ເສັ້ນ ຢູ່ຖົງເສື້ອບໍລິເວນໜ້າເອີກແລ້ວຫຼົບໜີອອກຈາກບ່ອນກໍ່ເຫດ “ແຮງຈູງໃຈໃນກໍ່ເຫດຄັ້ງນີ້ແມ່ນຄິດຢາກໄດ້ຊັບສິນເອົາໄປຂາຍໃຊ້ໜີ້”.
ປັດຈຸບັນ, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄຳໄຊ ກຳລັງສືບຕໍ່ເກັບກູ້ ຂອງກາງຄືນ ເພື່ອສະຫລຸບສົ່ງສຳນວນຄະດີໃຫ້ໄອຍະການ ດຳເນີນການຕາມຂະບວນການຍຸຕິທຳ ທີ່ປະມວນກົດໝາຍອາຍາ.
ທີ່ມາ: ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ

