ອາເມລິກາ ເລັ່ງຈໍາກັດສົ່ງອອກຊິບ AI ມາໄທ ແລະ ມາເລເຊຍ ປ້ອງກັນການລັກລອບສົ່ງໃຫ້ຈີນ

ສໍານັກຂ່າວ Bloomberg ລາຍງານໂດຍອ້າງຂໍ້ມູນແຫລ່ງຂ່າວວ່າ: ລັດຖະບານອາເມລິກາມີແຜນຈະຈໍາກັດການສົ່ງອອກຊິບ AI ຈາກບໍລິສັດຕ່າງໆເຊັ່ນ: Nvidia Corp. ມາໄທ ແລະ ມາເລເຊຍ ເຊິ່ງເບິ່ງວ່າເປັນເສັ້ນທາງອ້ອມທີ່ຈີນອາດໃຊ້ຫລີກເວັ້ນມາດຕະການຄວບຄຸມການສົ່ງອອກທີ່ມີຢູ່.
ແຜນດັ່ງກ່າວເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອປາບປາມການລັກລອບສົ່ງເຊມິຄອນດັກເຕີໄປຈີນ ໂດຍແຫລ່ງຂ່າວລະບຸວ່າ: ຮ່າງກົດລະບຽບສະບັບໃໝ່ຂອງກະຊວງການຄ້າອາເມລິກາມີຈຸດມຸ້ງໝາຍເພື່ອປ້ອງກັນບໍ່ໃຫ້ຈີນໄດ້ຮັບຊິບ AI ຜ່ານຄົນກາງໃນໄທ ແລະ ມາເລເຊຍ. ເຖິງຢ່າງໃດກໍຕາມ, ຮ່າງກົດລະບຽບດັ່ງກ່າວຍັງບໍ່ທັນສໍາເລັດ ແລະ ອາດປ່ຽນແປງໄດ້.
ຂະນະທີ່ອາເມລິກາວາງແຜນຈະຄວບຄຸມການສົ່ງອອກຊິບ AI ຍັງໄທ ແລະ ມາເລເຊຍ ຄວບຄູ່ໄປການຍົກເລີກມາດຕະການຄວບຄຸມທົ່ວໂລກ ພາຍຕ້ກົດທີ່ເອີ້ນວ່າ: “AI Diffusion Rule” ເຊິ່ງມີຂຶ້ນໃນໄລຍະທ້າຍລັດຖະບານທ່ານ ໄບເດນ ແລະ ເຄີຍຖືກຕໍ່ຕ້ານຈາກປະເທດພັນທະມິດຂອງອາເມລິກາ ແລະ ບໍລິສັດເຕັກໂນໂລຊີຕ່າງໆ ລວມທັງ Nvidia.
ທັງນີ້, ລັດຖະບານວໍຊິງຕັນ ຈະຍັງຮັກສາຂໍ້ຈໍາກັດໃນການສົ່ງອອກເຊມິຄອນດັກເຕີມຸ້ງເປົ້າໄປຈີນ ແລະ ປະເທດອື່ນໆອີກ 40 ກວ່າປະເທດ.
ຂະນະທີ່ກົດລະບຽບໃໝ່ດັ່ງກ່າວຈະຖືເປັນບາດກ້າວທໍາອິດຢ່າງເປັນທາງການໃນການປະຕິຮູບກົດ AI Diffusion ທີ່ທ່ານ ທຣໍາ ໃຫ້ສັນຍາໄວ້ນັບແຕ່ໄລຍະຫາສຽງ.
ເຖິງຢ່າງໃດກໍຕາມ, ກະຊວງການຄ້າອາເມລິກາ ບໍ່ໄດ້ຊີ້ແຈງໃດໆກ່ຽວກັບຮ່າງກົດລະບຽບສະບັບໃໝ່ນີ້ ໂດຍກ່ອນໜ້ານີ້ທ່ານ ໂຮເວິດ ລຸດນິກ (Howard Lutnick) ລັດຖະມົນຕີກະຊວງການເງິນອາເມລິກາ ກ່າວຕໍ່ສະມາຊິກລັດຖະສະພາວ່າ: ອາເມລິກາຈະອະນຸຍາດໃຫ້ປະເທດພັນທະມິດຊື້ຊິບ AI ໄດ້, ແຕ່ຈະຕ້ອງດໍາເນີນໂດຍຜູ້ໃຫ້ບໍລິການ Data Center ແລະ ລະບົບ Cloud ສັນຊາດອາເມລິກາທີ່ໄດ້ຮັບອະນຸມັດຈາກລັດຖະບານ ແລະ ຄລາວທີ່ສໍາຜັດກັບສູນຂໍ້ມູນນັ້ນຈະຕ້ອງເປັນຜູ້ດໍາເນີນງານທີ່ໄດ້ຮັບອະນຸມັດຈາກອາເມລິກາ” ທ່ານກ່າວຕໍ່ລັດຖະສະພາ.
ອ້າງອີງ:
