ແຂວງຈຳປາສັກຍົກລະດັບການສື່ສານເພື່ອຫລຸດຜ່ອນຄວາມສ່ຽງໃນພາວະສຸກເສີນທາງດ້ານສາທາລະນະສຸກ

ວັນທີ 21 ທັນວານີ້, ແຂວງຈຳປາສັກໄດ້ສຳເລັດ ຊຸດອົບຮົມກ່ຽວກັບວຽກງານ ການສື່ສານເພື່ອຫຼຸດຜ່ອນ ຄວາມສ່ຽງໃນພາວະສຸກເສີນ ທາງດ້ານສາທາລະນະສຸກ ຕ້ານການລະບາດ ຂອງພະ ຍາດ, ພາຍຫຼັງດຳເນີນມາ 4 ວັນ, ທີ່ພະແນກສາທາລະນະ ສຸກແຂວງ, ໂດຍການເຂົ້າຮ່ວມ ຂອງ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງຈຳ ປາສັກ, ທິມງານຄູຝຶກຈາກ ສູນຂ່າວສານການແພດ- ສຸຂະສຶກສາ, ຫ້ອງການສາ ທາລະນະສຸກ 4 ຕົວເມືອງຄື: ເມືອງປາກຊ່ອງ, ໂພນທອງ, ສຸຂຸມາ, ເມືອງໂຂງ ແລະ ອົງ ການຈັດຕັ້ງຕ່າງໆອ້ອມຂ້າງ ແຂວງເຂົ້າຮ່ວມ.
+ ກະຊວງສາທາລະນະສຸກປຶກສາຫາລືວຽກງານຄຸ້ມຄອງການເງິນ
+ ຫລຸດຜ່ອນບາງອາຫານເພື່ອສຸຂະພາບທີ່ດີ
ຊຸດຝຶກອົບຮົມ ດັ່ງກ່າວ, ເພື່ອແນໃສ່ຫຼຸດຜ່ອນຄວາມ ສ່ຽງໃນພາວະສຸກເສີນທາງ ດ້ານສາທາລະນະສຸກ, ໂດຍ ສະເພາະໃນກໍລະນີເກີດພະ ຍາດລະບາດ-ຕິດຕໍ່ເຊັ່ນ: ພະ ຍາດຖອກທ້ອງ,ໄຂ້ຍູງລາຍ, ໄຂ້ຫວັດສັດປີກ ແລະ ອື່ນໆເພື່ອ ແນໃສ່ໃຫ້ສຳມານາກອນມີທັກ ສະການໂຄສະນາ- ສຸຂະສຶກ ສາແກ່ປະຊາຊົນໃນຊຸມຊົນທີ່ ເກີດພະຍາດລະບາດ, ສ້າງ ຄວາມຮັບຮູ້ ແລະ ເຂົ້າໃຈໃໝ່ ແກ່ປະຊາຊົນໃນການປ່ຽນ ແປງພຶດຕິກຳທີ່ສ່ຽງຕໍ່ການ ເກີດພະຍາດລະບາດເຮັດ ແນວໃດໃຫ້ປະຊາຊົນມີ ສ່ວນຮ່ວມຢ່າງເປັນເຈົ້າການ ໃນການຄວບຄຸມພະຍາດ ຫາກມີກໍລະນີເກີດຂຶ້ນບໍ່ໃຫ້ ແຜ່ລາມອອກໄປ.

