ຕໍາຫລວດແຂວງຫລວງນໍ້າທາ ຈັບຜູ້ຄ້າຢາເສບຕິດລາຍໃຫຍ່ມາດໍາເນີນຄະດີ

ເຈົ້າໜ້າທີ່ ປກສ ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການລັກລອບຂົນສົ່ງຢາເສບຕິດຈາກແຂວງອຸດົມໄຊໄປແຂວງຫລວງນ້ຳທາ, ຈຶ່ງໄດ້ວາງກໍາລັງຕັ້ງດ່ານກວດກາຕາມເສັ້ນທາງສໍາຄັນ ຫລາຍຈຸດລະຫວ່າງສອງແຂວງດັ່ງກ່າວ ແລະ ໄດ້ພົບເຫັນລົດເກງສີຂາວ ໝາຍເລກທະບຽນ ກມ 0876 ເປົ້າໝາຍສົງໃສແລ່ນມາດ້ວຍຄວາມໄວຕາມເສັ້ນທາງ R3 ເຂດບ້ານຕາຫວານເມືອງຫລວງນ້ຳທາ, ຈຶ່ງໄດ້ໃຫ້ຢຸດລົດເພື່ອກວດກາ ແລະ ພົບເຫັນຂອງກາງຢາບ້າ 54 ພັນເມັດຊຸກເຊື່ອງໄວ້ໃນລົດ ຈຶ່ງໄດ້ຍຶດໄວ້ເປັນຫລັດຖານ ແລະ ກັກຕົວຜູ້ຂັບລົດຊື່ທ້າວ ເຢັງປໍຢາງ ອາຍຸ 24 ປີຢູ່ບ້ານມອນໃຕ້ ແລະ ຜູ້ນັ່ງມານໍາຊື່ທ້າວ ໃຈຢາງ ອາຍຸ 19 ປີຢູ່ບ້ານໜອງແມງດາເມືອງໄຊແຂວງອຸດົມໄຊມາດໍາເນີນຄະດີຕາມລະບຽບກົດໝາຍ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກເຂົາໄດ້ຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວແມ່ນເປັນຂອງພວກຕົນແທ້, ໂດຍເອົາມາຈາກຂະບວນການດຽວກັນຢູ່ແຂວງອຸດົມໄຊ ເພື່ອຈະໄປຂາຍໃຫ້ຜູ້ສັ່ງຊື່ຢູ່ແຂວງຫລວງນ້ຳທາ, ແຕ່ຖືກເຈົ້າໜ້າທີ່ຈັບຕົວກ່ອນ ແລະ ຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ຈະເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ.

