ທ່ານ ຮຸນ ມາເນດ ກ່າວ ລໍຖ້າຜູ້ນໍາໄທທີ່ມີອໍານາດຕາມກົດໝາຍ ແກ້ໄຂບັນຫາຊາຍແດນ

Khmer Times ສື່ທ້ອງຖິ່ນກໍາປູເຈຍ ລາຍງານທ່າທີຂອງນາຍົກລັດຖະມົນຕີ ຮຸນ ມາເນດ ທີ່ກ່າວສູນທອນພົດໃນງານສະເຫລີມສະຫລອງວັນປາແຫ່ງຊາດ ແລະ ການປ່ອຍປາ 1.5 ລ້ານໂຕລົງໃນທະເລໂຕນເລສາບໃນວັນທີ 1 ກໍລະກົດ ໂດຍເນັ້ນວ່າ: ກໍາປູເຈຍກໍາລັງລໍຖ້າຈະເຈລະຈາກັບຜູ້ນໍາໄທທີ່ມີອໍານາດຕາມກົດໝາຍ ເພື່ອແກ້ໄຂບັນຫາຊາຍແດນທີ່ຍັງດໍາເນີນຢູ່ລະຫວ່າງທັງສອງປະເທດ.
ທ່ານ ຮຸນ ມາເນດ ຢືນຢັນວ່າ: ກໍາປູເຈຍບໍ່ໄດ້ຫລິ້ນເກມ ໂດຍການເຈລະຈາໃນລະດັບກອງທັບ ຈະສາມາດດໍາເນີນຕໍ່ໄປໄດ້ ກໍຕໍ່ເມື່ອຈຸດກວດຊາຍແດນກັບມາເປີດໃຫ້ດໍາເນີນງານຕາມປົກກະຕິອີກເທົ່ານັ້ນ.
“ເຮົາບໍ່ໄດ້ຫລິ້ນເກມ ເມື່ອເຮົາເຂົ້າຮ່ວມ ເຮົາຈະເຮັດຢ່າງຈິງຈັງ ໃນກໍາປູເຈຍ ບໍ່ມີຄວາມສັບສົນລະຫວ່າງບຸກຄົນຕ່າງໆ ທີ່ອອກຖະແຫລງການຂັດແຍ່ງກັນ ຫລື ໜັງສື 4 ສະບັບທີ່ແຍກກັນ ແລະ ລະບຸໃນສິ່ງທີ່ແຕກຕ່າງກັນ ເຮົາກໍາລັງລໍຖ້າໃຜຄົນໜຶ່ງທີ່ມີອໍານາດແທ້ຈິງ ໃຜຄົນໜຶ່ງທີ່ມີອໍານາດຢ່າງຖືກຕ້ອງຕາມກົດໝາຍ ໃນການເປີດ ຫລື ປິດຈຸດກວດຊາຍແດນ”.
ອ້າງອີງ:

