ແຂວງຄໍາມ່ວນ ເປີດບັ້ນກວດສອບການຄຸ້ມຄອງເກັບລາຍຮັບຊັບສິນ ສວຍສາອາກອນ, ພາສີ ແລະ ຄຸ້ມຄອງການລົງທຶນຂອງລັດ

ໜັງສືພິມ ແຂວງຄໍາມ່ວນ ລາຍງານວ່າ: ວັນທີ 30 ມິຖຸນາ 2025, ແຂວງຄໍາມ່ວນ ເປີດບັ້ນກວດສອບການຄຸ້ມຄອງລາຍຮັບຊັບສິນແຫ່ງລັດ ແລະ ຄຸ້ມຄອງການລົງທຶນຂອງລັດ ປະຈຳປີ 2024 ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ, ທ່ານ ອຸໄພວັນ ໄຊຍະວົງ ປະທານອົງການກວດສອບປະຈໍາພາກກາງ 2 ແລະ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການກວດສອບແມ່ນຈະລົງເລິກກວດສອບ ການຄຸ້ມຄອງການເຊົ່າ ແລະ ສໍາປະທານ ເປັນຕົ້ນ: ຂັ້ນຕອນການອະນຸມັດ, ການເກັບລາຍຮັບຄ່າເຊົ່າ, ການມອບພັນທະເຂົ້າງົບປະມານ, ການດໍາເນີນກິດຈະ ການຕາມຈຸດປະສົງຂອງໂຄງການ, ການກຳນົດອັດຕາຄ່າເຊົ່າ, ເນື້ອທີ່, ອາຍຸສັນຍາ ແລະ ກວດສອບການຄຸ້ມຄອງໂຄງການລົງທຶນຂອງລັດ ເປັນຕົ້ນ ການຈັດຕັ້ງປະຕິບັດໂຄງການ, ການຢັ້ງຢືນໜ້າວຽກສໍາເລັດ, ການຊຳລະມູນຄ່າໂຄງການ ແລະ ການນໍາໃຊ້ເງິນຄຸ້ມຄອງບໍລິຫານໂຄງການ.

ສໍາລັບເປົ້າໝາຍຖືກກວດສອບໃນຄັ້ງນີ້ປະກອບມີ :
- ພະແນກການເງິນ (ຂະແໜງຄຸ້ມຄອງຊັບສິນແຫ່ງລັດ)
- ສວຍສາອາກອນປະຈໍາແຂວງ
- ຫ້ອງການພາສີປະຈໍາແຂວງ
- ດ່ານສາກົນຂົວມິດຕະພາບ 3
- ດ່ານພາສີສາກົນນາເພົ້າ, ຄັງເງິນ
- ພະແນກແຜນການ ແລະ ການລົງທຶນ
- ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
- ພະແນກພະລັງງານ ແລະ ບໍ່ແຮ່; ພະແນກກະສິກໍາ ແລະ ປ່າໄມ້
- ພະແນກໂຍທາທິການ ແລະ ຂົນສົ່ງ
- ພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ. ໂດຍຈະໃຊ້ເວລາຈັດຕັ້ງປະຕິບັດ 25 ວັນ, ເລີ່ມແຕ່ວັນທີ 30 ມິຖຸນາ – 24 ກໍລະກົດ.
ທີ່ມາ: Khammouane News

