ທ່ານ ທຣໍາ ລົງນາມຍົກເລີກຄໍາສັ່ງຂວໍ້າບາດຊິຣີເກືອບທັງໝົດ

         ທໍານຽບຂາວເປີດເຜີຍວ່າ: ປະທານາທິບໍດີ ໂດນັລ ທຣໍາ ໄດ້ລົງນາມໃນຄໍາສັ່ງຝ່າຍບໍລິຫານເພື່ອຍົກເລີກມາດຕະການຂວໍ້າບາດຕໍ່ຊິຣີເກືອບທັງໝົດ.

         ລາຍງານລະບຸວ່າ: “ຄໍາສັ່ງບໍລິຫານໄດ້ຍົກເລີກມາດຕະການຂວໍ້າບາດຕໍ່ໍຊິຣີ, ແຕ່ຍັງຮັກສາມາດຕະການຂວໍ້າບາດ (ອະດີດປະທານາທິບໍດີ) ບາຊາ ອັລ-ອັສຊາດ ເອົາໄວ້… ພ້ອມອະນຸຍາດໃຫ້ຫລຸດຜ່ອນຂໍ້ກໍານົດດ້ານການສົ່ງອອກສິນຄ້າບາງຊະນິດ ແລະ ຍົກເວັ້ນຂໍ້ຈໍາກັດກ່ຽວກັບການຊ່ວຍເຫລືອຂອງຕ່າງປະເທດບາງສ່ວນຕໍ່ຊິຣີ”.

          ສໍານັກຂ່າວຊິນຮົວລາຍງານວ່າ: ພາຍຫລັງທີ່ມີການອອກຄໍາສັ່ງດັ່ງກ່າວ ຄໍາສັ່ງຝ່າຍບໍລິຫານ 5 ສະບັບທີ່ກໍານົດມາດຕະການຂວໍ້າບາດຕໍ່ຊິຣີໄດ້ຖືກຍົກເລີກໃນທັນທີ. ຂະນະທີ່ກະຊວງການຕ່າງປະເທດອາເມລິກາໄດ້ອອກຂໍ້ຍົກເວັ້ນການຂວໍ້າບາດໄລຍະເວລາ 180 ວັນພາຍໃຕ້ກົດໝາຍຊີຊາ (Caesar Act).

         ກະຊວງການເງິນອາເມລິກາ ໄດ້ດໍາເນີນງານຂັ້ນທໍາອິດໃນການຍົກເລີກການຂວໍ້າບາດຕໍ່ຊິຣີແລ້ວ ໂດຍການອອກໃບອະນຸຍາດ GL25 ເພື່ອອະນຸຍາດໃຫ້ສາມາດເຮັດທຸລະກໍາກັບລັດຖະບານສະເພາະກິດຂອງຊິຣີ, ທະນາຄານກາງ ຕະຫລອດຈົນລັດວິສາຫະກິດ.

         ເຖິງຢ່າງໃດກໍຕາມ, ທ່ານ ແຄໂຣໄລ ເລວິດ ໂຄສົກທໍານຽບຂາວ ລະບຸວ່າ: ມາດຕະການຂວໍ້າບາດຕໍ່ປະທານາທິບໍດີ ອັສຊາດ, ຜູ້ກ່ຽວຂ້ອງ, ຜູ້ລະເມີດສິດທິມະນຸດ, ຜູ້ຄ້າຂາຍຢາເສບຕິດ, ບຸກຄົນທີ່ກ່ຽວຂ້ອງກັບກິດຈະກໍາອາວຸດເຄມີ, ກຸ່ມໄອເອສ (IS) ແລະ ພັນທະມິດ ແລະ ຕົວແທນຂອງອີຣານ ຈະຍັງມີຜົນບັງຄັບໃຊ້ຕໍ່ໄປ.

        ພາຍໃຕ້ຄໍາສັ່ງໃໝ່ນີ້, ທ່ານ ມາໂກ ຣູບິໂອ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ໄດ້ຮັບຄໍາສັ່ງໃຫ້ “ຄົ້ນຫາຊ່ອງທາງໃນການຫລຸດຜ່ອນມາດຕະການຂວໍ້າບາດຈາກສະຫະປະຊາຊາດ (UN)” ລວມທັງທົບທວນການຂຶ້ນບັນຊີໃຫ້ຊິຣີເປັນ “ລັດກໍ່ການຮ້າຍ” ໃນວັນທີ 8 ທັນວາ 2024, ການຂຶ້ນບັນຊີໃຫ້ກຸ່ມຮາຍັດ ທາຣີ ອັລ-ຊາມ (HTS) ເປັນອົງກອນກໍ່ການຮ້າຍຂ້າມຊາດ ແລະ ການຂຶ້ນບັນຊີໃຫ້ທ່ານ ອາເໝັດ ອັລຊາຣາ ຜູ້ນໍາລະຫວ່າງການຂອງຊິຣີເປັນ “ຜູ້ກໍ່ການຮ້າຍລະດັບໂລກທີ່ຖືກໝາຍຫົວເປັນພິເສດ”.

          ທັງນີ້, ທໍານຽບຂາວຢືນຢັນວ່າ: ລັດຖະບານ ທຣໍາ ຈະຕິດຕາມຄວາມຄືບໜ້າໃນບັນຫາສໍາຄັນຕ່າງໆຕໍ່ໄປ ເຊິ່ງລວມທັງຂະບວນການຕ່າງໆໃນການຟື້ນຟູການພົວພັນລະຫວ່າງຊິຣີກັບອິດສະລາແອນ ແລະ ຊ່ວຍໃຫ້ອາເມລິກາປ້ອງກັນການຟື້ນຕົວກັບມາຂອງກຸ່ມ IS.