ອາເຊນອລ ເລັ່ງທຸ້ມໜັກ ຫວັງດຶງ ຣູການີ ຈາກ ຢູເວນຕຸສ

ອາເຊນອລ ກຽມຍື່ນຂໍ້ສະເໜີ 40 ລ້ານເອີໂຣ ຂໍ ດານິເອເລ ຣູການີ ເຊນເຕີແບັກ ຢູເວນຕຸສ ມາເສີມແນວຮັບ ໃນຕະຫລາດນັກເຕະປີໜ້າ, ຄາດວ່ານັກເຕະມີສິດອາດຍ້າຍອອກຈາກ ຢູເວນຕຸສ ເພາະສະຖານະການບໍ່ແມ່ນຕົວຫລັກຂອງທີມ.
ກອງຫລັງຄົນເກັ່ງອາຍຸ 23 ປີ ລົງສະໜາມ 13 ນັດລວມທຸກລາຍການໃນລະດູການນີ້, ແຕ່ສະຖານະການສ່ວນຫລາຍຍັງເປັນຕົວສຳຮອງຂອງ 4 ນັກເຕະເພື່ອນຮ່ວມທີມຄື ອັນເດຣຍ ບາຊາຍີ, ຈໍໂຈ້ ຄິເອລລິນີ, ເມດີ ເບນາເຕຍ ແລະ ເບເນດິ ໂຮເວເດສ ແລະ ລະດູການໜ້າອາດຕ້ອງຍາດຕຳແໜ່ງຕົວຈິງກັບ ມັດເຕຍ ຄັລດາຣາ ເຊິ່ງໃນຕອນນີ້ຖືກ ອາຕາລັນຕ້າ ຍືມຕົວໄປໃຊ້ງານ.
ຫລ້າສຸດ ກັລໂຊ ແມຣຄາໂຕ້ ສື່ຊື່ດັງຂອງປະເທດອີຕາລີ ລາຍງານຂ່າວວ່າ: ຣູການີ ກຳລັງເປັນເປົ້າໝາຍທີ່ ອາຣແຊນ ເວນເກີ ພ້ອມທຸ້ມເງິນ 40 ລ້ານເອີໂຣ ດຶງຕົວໄປຮ່ວມທີມໃຫ້ໄດ້ ແລະ ຄາດວ່ານັກເຕະມີໂອກາດຍ້າຍອອກຈາກຖິ່ນອັລລິອັນ ສະເຕດ້ຽມ ສູງໃນເດືອນມັງກອນປີໜ້າ.

