ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ຈະນຳເອົາຜົນປະໂຫຍດ ອັນໃຫຍ່ຫຼວງມາສູ່ພວກເຮົາ

ໂດຍ: ຜາຕຸງ

ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໄດ້ຄົ້ນຄວ້າພິຈາລະນາຫຼາຍບັນຫາທີ່ພົວພັນເຖິງຜົນໄດ້ຜົນເສຍຂອງປະເທດຊາດບ້ານເມືອງ ພົວພັນເຖິງການດຳລົງຊີວິດຂອງປະຊາຊົນຢ່າງແທ້ຈິງ ເປັນຕົ້ນທີ່ພວກເຮົາເຫັນແລະຮັບຮູ້ໄດ້ນັ້ນແມ່ນການຄົ້ນຄວ້າພິຈາລະນາເຖິງເສດຖະກິດຂອງປະເທດ, ແຜນການພັດທະນາໃນຕໍ່ໜ້າເພື່ອນຳເອົາປະເທດຊາດໃຫ້ຜ່ານພົ້ນບັນຫາຕ່າງໆໄປໄດ້ດ້ວຍດີ ຮັບປະກັນເຖິງການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນກວ່າທີ່ເປັນຢູ່ໃນປັດຈຸບັນ.​

ສະພາແຫ່ງຊາດໄດ້ພິຈາລະນາຄົ້ນຄວ້າ ສ້າງຮ່າງກົດໝາຍດ້ານຕ່າງໆອອກມາຫຼາຍສະບັບເພື່ອສ້າງເປັນເຄື່ອງມືໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ໃຫ້ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ,​ ເປັນລັດທີ່ປົກຄອງດ້ວຍກົດໝາຍ ນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນ  ຊຶ່ງໜຶ່ງໃນບັນດາຮ່າງກົດໝາຍທີ່ສ້າງອອກມາໃໝ່ ແມ່ນຮ່າງ ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ.​

ເປັນຫຍັງຕ້ອງສ້າງຮ່າງກົດໝາຍວ່າດ້ວຍຄວາມປອດໄພ ໄຊເບີອອກມານຳໃຊ້?

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ​ ຊີ້ແຈງວ່າງ: ເພື່ອສ້າງກົນໄກໃນການຄຸ້ມຄອງ ແລະ ປົກປ້ອງຂໍ້ມູນຂ່າວສານ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ໃຊ້ບໍລິການໃຫ້ໄດ້ຮັບຄວາມເປັນທຳ ແລະ ປອດໄພ, ພ້ອມທັງສ້າງພື້ນຖານທາງກົດໝາຍໃນການແຕ່ງຕັ້ງ ແລະ ເຄື່ອນໄຫວຂອງ ລະບົບປະຕິບັດການຄວາມປອດໄພໄຊເບີ ແຫ່ງຊາດ ແລະ ຍົກປະສິດຕິພາບກົນໄກ ປະສານງານໃນການຕອບໂຕ້ເຫດສຸກເສີນໄຊເບີ ທີ່ຮ້າຍແຮງ.

ນອກຈາກນີ້, ຍັງມີຄວາມຈຳເປັນໃນການກຳນົດມາດຕະການປ້ອງກັນ, ຕອບໂຕ້ເຫດ ການສຸກເສີນ ແລະ ກູ້ຄືນລະບົບໃນກໍລະນີເກີດໄພຄຸກຄາມໄຊເບີ, ສ້າງຂອບເຂດທາງກົດໝາຍ ສຳລັບການຂຶ້ນທະບຽນຄວາມປອດໄພໄຊເບີ ແລະ ການດໍາເນີນທຸລະກິດຄວາມປອດໄພໄຊເບີ, ກຳນົດສິດ ແລະ ພັນທະຂອງຜູ້ຂຶ້ນທະບຽນຄວາມປອດໄພໄຊເບີ, ຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການດ້ານຄວາມປອດໄພໄຊເບີ, ພ້ອມທັງສ້າງກົນໄກໃນການຄຸ້ມຄອງ ແລະ ກວດກາວຽກງານຄວາມປອດໄພໄຊເບີ.  ຈະຊ່ວຍໃຫ້ການຈັດຕັ້ງປະຕິບັດວຽກງານຄວາມປອດໄພໄຊເບີມີປະສິດທິພາບ ແລະ ປະສິດທິຜົນ, ປະກອບສ່ວນເຂົ້າໃນແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ນອກນີ້ຍັງເປັນເຄື່ອງມືສໍາຄັນໃຫ້ແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ປົກປ້ອງຄວາມປອດໄພໄຊເບີຂອງປະເທດ; ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມປອດໄພໄຊເບີພາຍໃນປະເທດ, ການເຊື່ອມໂຍງພາກພື້ນ ແລະ ສາກົນດ້ານດີຈິຕອນ ໂດຍສະເພາະ ການປົກປ້ອງໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສຳຄັນຂອງຊາດ, ພ້ອມທັງຮັບປະ ກັນການປົກປ້ອງສິດ ແລະ ຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍລິການ; ຈະສົ່ງເສີມການລົງທຶນຂອງຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະໃນດ້ານການບໍລິການຄວາມປອດໄພໄຊເບີ; ສ້າງກົນໄກໃນການຕອບໂຕ້ເຫດການສຸກເສີນໄຊເບີ ແລະ ການກູ້ຄືນລະບົບທີ່ມີປະສິດທິພາບ, ຜ່ານການຈັດຕັ້ງລະບົບປະຕິບັດການຄວາມປອດໄພໄຊເບີແຫ່ງຊາດ ແລະ ການປະສານງານຢ່າງມີປະສິດຕິພາບໃນການຕອບໂຕ້ເຫດສຸກເສີນໄຊເບີ; ຈະຊ່ວຍເພີ່ມຄວາມພ້ອມໃນການຮັບມືກັບໄພຄຸກຄາມທາງໄຊເບີ;  ການເພີ່ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມປອດໄພໄຊເບີໃຫ້ແກ່ສັງຄົມ, ຜ່ານການຝຶກອົບຮົມ ແລະ ການສ້າງຄວາມຮັບຮູ້ທີ່ກຳນົດໄວ້ໃນກົດໝາຍ, ຈະຊ່ວຍສ້າງວັດທະນະທໍາດ້ານຄວາມປອດໄພໄຊເບີ ໄດ້ຢ່າງກວ້າງຂວາງ.

ທັງໝົດນີ້ນັບວ່າສົ່ງຜົນດີຕໍ່ຜູ້ບໍລິໂພກ ຖືກແຊກແຊງຈາກບຸກຄົນອື່ນ,  ແຕ່ແນວໃດກໍ່ຕາມນີ້ຍັງເປັນພຽງເບື້ອງຕົ້ນໃນການສ້າງແລະນຳສະເໜີໃຫ້ສະພາແຫ່ງຊາດກໍຄືພາກສ່ວນກ່ຽວຂ້ອງໄດ້ປະກອບຄຳເຫັນ ຄົ້ນຄວ້າພິຈາລະນາເຮັດໃຫ້ມີຄວາມສົມບູນຂຶ້ນຕື່ມອີກ ເພື່ອເປັນການປົກປ້ອງສິດທິຂອງພົນລະເມືອງຜູ້ຊົມໃຊ້ບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີອີກຕໍ່ໄປ ທັງເປັນການປ້ອງກັນ ຮັກສາຄວາມສະຫງົບຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ.