ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ເຊີຣເກ ລາວະຣົບ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສ. ຣັດເຊຍ, ພະນະທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສ. ຣັດເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-27 ມິຖຸນາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ ຮັບການພັດທະນາຍິ່ງໆຂຶ້ນ.
ວັນທີ 26 ມິຖຸນາ 2025 ທີ່ ເຮືອນຮັບຮອງຂອງ ກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ເຊີຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ຣັດເຊຍ, ຊຶ່ງເປັນການຢ້ຽມຢາມ ສ. ຣັດເຊຍ ຄັ້ງທໍາອິດ ພາຍຫຼັງ ທີ່ ພະນະທ່ານ ທອງສະຫວັນ ພົມວິຫານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີຕ່າງປະເທດ. ການພົບປະຄັ້ງນີ້, ຖືວ່າ ເປັນນິມິດໝາຍອັນດີ ໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ລາວ ແລະ ຣັດເຊຍ ໃຫ້ສືບຕໍ່ແໜ້ນແຟ້ນຍິ່ງຂື້ນ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງ ໃນຂົງເຂດ ອາຊີ-ປາຊີຟິກ.
ສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທັງໃນຂອບການ ຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ເຊິ່ງໄດ້ເພີ່ມທະວີຮັດແໜ້ນ ຢ່າງຕໍ່ເນື່ອງບົນ ພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນ ມູນເຊື້ອມາແຕ່ດົນນານ. ບົນຈິດໃຈດັ່ງກ່າວ, ສອງຝ່າຍ ໄດ້ເຫັນດີໃຫ້ເພີ່ມທະວີການພົວພັນສອງຝ່າຍໃນຫຼາຍຂົງເຂດໃນ ອະນາຄົດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວັດທະນະທຳ, ການທ່ອງທ່ຽວ, ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ ເພື່ອຜົນປະໂຫຍດຮ່ວມກັນ.
ໃນຂອບການພົວພັນຫຼາຍຝ່າຍ, ສປປລາວ ແລະ ສ. ຣັດເຊຍ ໄດ້ຕີລາຄາສູງ ແລະ ສືບຕໍ່ຮ່ວມມືກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອຮັບປະກັນການສົ່ງເສີມສັນຕິພາບ ແລະ ສະຖຽນລະພາບ ໃນທົ່ວໂລກ.
ທ່ານ ລັດຖະມົນຕີ ໄດ້ຕາງຫນ້າໃຫ້ລັດຖະບານລາວ ສະແດງຄວາມຊົມເຊີຍ ລັດຖະບານ ແລະ ປະຊາຊົນ ຣັດເຊຍ ທີ່ປະສົບຜົນສໍາເລັດຢ່າງຈົບງາມ ໃນການເຫຼີມສະຫຼອງວັນມະຫາສົງຄາມ ຄົບຮອບ 80 ປີ ແຫ່ງ ໄຊຊະນະປົກປ້ອງປິຕຸພູມ ຂອງ ສະຫະພາບໂຊວຽດ ໃນວັນທີ 9 ພຶດສະພາ 2025 ຜ່ານມາ. ພ້ອມນັ້ນ, ທ່ານ ຍັງໄດ້ຢືນຢັນວ່າ ໃນໄລຍະ ທ້າຍປີ 2025 ນີ້, ສປປ ລາວ ແລະ ສ. ຣັດເຊຍ ຈະໄດ້ສືບຕໍ່ຈັດກິດຈະກຳຮ່ວມກັນ ເພື່ອສະເຫຼີມສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ແລະ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ.

