ອິນເດຍເດີນໜ້າວິເຄາະຫາສາເຫດເຮືອບິນອິນເດຍຕົກ

         ລັດຖະບານອິນເດຍເປີດເຜີຍວ່າ: ຂໍ້ມູນຈາກກ່ອງດໍາຂອງຖ້ຽວບິນ AI-171 ສາຍການບິນແອອິນເດຍ (Air India) ໄດ້ຖືກດາວໂຫລດອອກມາຮຽບຮ້ອຍແລ້ວ ເພື່ອສືບຫາລໍາດັບເຫດການທີ່ນໍາໄປສູ່ການຕົກຂອງເຮືອບິນເມື່ອມໍ່ໆມານີ້ ຢູ່ລັດຄຸຊຣາດ ທາງຕາເວັນຕົກຂອງອິນເດຍ.

         ກະຊວງການບິນພົນລະເຮືອນເປີດເຜີຍໃນວັນທີ 26 ມິຖຸນາວ່າ: ການວິເຄາະຂໍ້ມູນເຄື່ອງບັນທຶກສຽງໃນຫ້ອງນັກບິນ (CVR) ແລະ ເຄື່ອງບັນທຶກຂໍ້ມູນການບິນ (FDR) ກໍາລັງຢູ່ລະຫວ່າງດໍາເນີນງານ. ພ້ອມກ່າວວ່າ: ສໍານັກງານສອບສວນອຸປະຕິເຫດທາງອາກາດ (AAIB) ໄດ້ເລີ່ມດໍາເນີນການສອບສວນທັນທີ ແລະ ຈັດຕັ້ງທີມສະຫະວິຊາຊີບຂຶ້ນໃນວັນທີ 13 ມິຖຸນາ ຕາມມາດຕະຖານ ແລະ ພິທີສາກົນ.

          ທີມງານປະກອບມີຜູ້ຊ່ຽວຊານດ້ານເວດສະສາດການບິນ, ການຄວບຄຸມການຈະລາຈອນທາງອາກາດ ແລະ ຜູ້ຊ່ຽວຊານດ້ານເຕັກນິກຈາຄະນະກໍາມະການຄວາມປອດໄພການຂົນສົ່ງແຫ່ງຊາດຂອງອາເມລິກາ (NTSB) ຕາມຂໍ້ຕົກລົງລະຫວ່າງປະເທດ ເນື່ອງຈາກເຮືອບິນດັ່ງກ່າວຜະລິດຢູ່ອາເມລິກາ.

          ທັງນີ້, ເຮືອບິນໂບອິ້ງ 787-8 ດຣີມໄລເນີຂອງສາຍການບິນແອອິນເດຍ ທີ່ກໍາລັງມຸ້ງໜ້າໄປລອນດອນ ປະສົບອຸປະຕິເຫດຕົກໃນວັນທີ 12 ມິຖຸນາ ບໍ່ດົນຫລັງຈາກບິນຂຶ້ນຈາກສະໜາມບິນສາກົນຊາດາ ວັລລັບກາຍ ປາເທລ ໃນເມືອງອາເມດາບັດ ເຊິ່ງຢູ່ຫ່າງຈາກເມືອງຄານທີນະຄອນ ເມືອງເອກຂອງລັດຄຸຊະຣາດ ໄປທາງໃຕ້ປະມານ 17ກມ ສົ່ງຜົນເຮັດໃຫ້ຜູ້ໂດຍສານ ແລະ ຈຸບິນເສຍຊີວິດ 242 ຄົນ ໂດຍມີຜູ້ລອດຊີວິດພຽງຄົນດຽວ.