ປະກາດແຕ່ງຕັ້ງ ພົຈວ ນາງ ລີວົງ ລາວລີ ເປັນຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ວັນທີ 27 ມິຖຸນາ 2025 ທີ່ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດການຍົກຍ້າຍ, ແຕ່ງຕັ້ງ ແລະ ເລື່ອນຊັ້ນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາທ່ານຮອງລັດຖະມົນຕີ, ຄະນະປະຈຳພັກ-ຄະນະພັກກະຊວງ, ບັນດາຫົວໜ້າກົມ-ຮອງກົມໃຫຍ່, ຫ້ອງວ່າການກະຊວງ, ກົມ, ກອງບັນຊາການ, ວິທະຍາຄານ, ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍນາຍຕຳຫຼວດຂັ້ນນຳພາ-ບັນຊາ ອ້ອມຂ້າງກະຊວງ ເຂົ້າຮ່ວມ.
ໃນພິທີ, ພົນຈັດຕະວາ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ, ເລຂາຄະນະພັກ ຫົວໜ້າໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານ ຄໍາສັ່ງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 546/ຄລສພ ແລະ ຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ ວ່າດ້ວຍການຍົກຍ້າຍພະນັກງານຂັ້ນນສູງ ໄປຮັບໜ້າທີ່ໃໝ່: ໃນນີ້, ຄະນະເລຂາທິການສູນກາງພັກ ແລະ ນາຍົກລັດຖະມົນຕີ ຕົກລົງ: ຍົກຍ້າຍ ສະຫາຍ ພັນເອກ ນາງ ລີວົງ ລາວລີ ກຳມະການສໍາຮອງສູນກາງພັກ, ກຳມະການປະຈຳພັກກະຊວງ ພາຍໃນ ໄປຮັບໜ້າທີ່ໃໝ່ຢູ່ ກະຊວງປ້ອງກັນຄວາມສະຫງົບ; ຜ່ານມະຕິຕົກລົງ ຄະນະເລຂາທິການສູນກາງພັກ ສະບັບ ເລກທີ 547/ຄລສພ, ວ່າດ້ວຍການແຕ່ງຕັ້ງກໍາມະການປະຈໍາພັກກະຊວງ ແລະ ດໍາລັດ ນາຍົກລັດຖະມົນຕີ ສະບັບ ເລກທີ 320/ນຍ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ໃນນີ້, ຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ນາງ ລີວົງ ລາວລີ ກຳມະການສໍາຮອງສູນກາງພັກ, ເປັນກຳມະການປະຈຳພັກກະຊວງປ້ອງກັນຄວາມສະຫງົບ ພ້ອມທັງ ເປັນຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ໄດ້ຜ່ານລັດຖະດໍາລັດ ປະທານປະເທດ ສະບັບເລກທີ 108/ປປທ, ວ່າດ້ວຍການເລື່ອນຊັ້ນ ສະຫາຍ ພັນເອກ ນາງ ລີວົງ ລາວລີ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຂຶ້ນເປັນຊັ້ນ ພົນຈັດຕະວາ, ການກະກາດຍົກຍ້າຍແຕ່ງຕັ້ງ ແລະ ເລື່ອນຊັ້ນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ທັງນີ້ກໍເພື່ອເປັນການປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ໂອກາດດັ່ງກ່າວ, ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ປະດັບຊັ້ນ ແລະ ໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຜູ້ໃໝ່ ທີ່ໄດ້ຮັບການເຊື່ອໝັ້ນ ແລະ ໄວ້ວາງໃຈຈາກການຈັດຕັ້ງພັກ-ລັດ ຂັ້ນເທິງ, ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່ທີ່ມີກຽດສູງສຸດໃນກຳລັງປ້ອງກັນຄວາມສະຫງົບ ແລະ ເປັນເພດຍິງ ຄົນທຳອິດໃນກຳລັງຕຳຫຼວດ ທີ່ໄດ້ຮັບການເລື່ອນຊັ້ນ ພົນຈັດຕະວາ ແລະ ມີຄວາມເຊື່ອໝັ້ນວ່າ ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຄົນໃໝ່ ຈະສຸມສະຕິປັນຍາ, ນຳໃຊ້ຄວາມຮູ້-ຄວາມສາມາດ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານການເມືອງຂອງຕົນ, ເປັນຄັນທຸງນໍາໜ້າ, ເປັນແບບຢ່າງນຳພາວຽກງານປ້ອງກັນຄວາມສະຫງົບ ໃຫ້ບັນລຸຜົນສຳເລັດ, ນຳພາ-ຊີ້ນຳວຽກງານປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງຂອງຊາດ, ຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ທີ່ມາ: ວາລະສານ ປ້ອງກັນຄວາມສະຫງົບ

