EU ຢືນຢັນພ້ອມຮັບມື ຖ້າເຈລະຈາການຄ້າກັບອາເມລິກາລົ້ມ

          ທ່ານ ນາງ ເອີຊູລາ ຟອນ ເດິ ເລເຍນ ປະທານຄະນະກໍາມາທິການເອີຣົບ (EC) ຢືນຢັນວ່າ: ສະຫະພາບເອີຣົບ (EU) ກຽມພ້ອມຮັບມືທຸກສະຖານະການທີ່ອາດເກີດຂຶ້ນຈາກການເຈລະຈາການຄ້າກັບອາເມລິກາ ບໍ່ເວັ້ນແຕ່ກໍລະນີການເຈລະຈາລົ້ມເຫລວ.

          ນາງ ຟອນ ເດິ ເລເຍນ ຖະແຫລງຕໍ່ສື່ມວນຊົນໃນວັນທີ 27 ມິຖຸນາ ພາຍຫລັງຫາລືຂໍ້ສະເໜີພາສີຮອບຫລ້າສຸດຈາກທໍານຽບຂາວຮ່ວມກັບຜູ້ນໍາປະເທດສະມາຊິກວ່າ: ທີມ EU ຍັງຢູ່ລະຫວ່າງການປະເມີນຂໍ້ສະເໜີພາສີຫລ້າສຸດຈາກອາເມລິກາ.

         ນາງ ຟອນ ເດິ ເລເຍນ ກ່າວວ່າ: ເອີຣົບພ້ອມຈະເຮັດຂໍ້ຕົກລົງ, ແຕ່ໃນຂະນະດຽວກັນຕ້ອງກຽມຮັບຄວາມເປັນໄປໄດ້ທີ່ອາດບໍ່ມີຂໍ້ສະຫລຸບທີ່ໜ້າພໍໃຈ ຫລື ເວົ້າງ່າຍໆຄືທຸກທາງເລືອກຍັງເປີດຢູ່.

          ລາຍງານຂ່າວລະບຸວ່າ: EU ໄດ້ຈັດປະຊຸມສຸດຍອດໃນນະຄອນຫລວງບຣຸກເຊນ ເຊິ່ງເລີ່ມຂຶ້ນໃນວັນທີ 26 ມິຖຸນາ ໂດຍຫລາຍປະເທດສະມາຊິກສະແດງທ່າທີບໍ່ເຫັນພ້ອມຕໍ່ແນວທາງຕອບໂຕ້ ແລະ ສ່ວນຫລາຍສະໜັບສະໜູນໃຫ້ເດີນໜ້າບັນລຸຂໍ້ຕົກລົງກັບອາເມລິກາໂດຍໄວ ເຖິງວ່າອາດຕ້ອງຍອມປ່ອຍໃຫ້ພາສີບາງລາຍການຂອງອາເມລິກາຍັງມີຜົນບັງຄັບໃຊ້ຕໍ່ໄປ.

           ທັງນີ້, EU ມີເສັ້ນຕາຍໃນການບັນລຸຂໍ້ຕົກລົງກັບອາເມລິກາພາຍໃນວັນທີ 9 ກໍລະກົດ ກ່ອນອາເມລິກາຈະປັບຂຶ້ນພາສີນໍາເຂົ້າສິນຄ້າຈາກເອີຣົບເກືອບທັງໝົດເປັນ 50% ໂດຍປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ເຄີຍກ່າວຫາວ່າ EU ເອົາປຽບອາເມລິກາຈາກການເກີນດຸນການຄ້າ ແລະ ອຸປະສັກທີ່ອາເມລິກາຜະເຊີນໃນການເຂົ້າເຖິງຕະຫລາດເອີຣົບ.

          ກ່ອນໜ້ານີ້, ສື່ຕ່າງປະເທດລາຍງານວ່າ: ອາເມລິກາໄດ້ຍື່ນຂໍ້ສະເໜີ EU ເບິ່ງວ່າບໍ່ສົມດຸນ ແລະ ອໍານວຍຜົນປະໂຫຍດຝ່າຍດຽວ ໂດຍການເຈລະຈາໃນກຸ່ມສິນຄ້າຫລັກເຊັ່ນ: ເຫລັກ ແລະ ອາລູມີນຽມ, ຍານພາຫະນະ, ຢາ, ເຊມິຄອນດັກເຕີ ແລະ ເຮືອບິນພົນລະເຮືອນ ຍັງດໍາເນີນໄປຢ່າງຍາກລໍາບາກ.