ທ່ານ ທຣໍາ ເລັ່ງຂະຫຍາຍເວລາຢຸດໃຊ້ມາດຕະການພາສີອາກອນຫລັງກາຍເສັ້ນຕາຍ 90 ວັນ

ທໍານຽບຂາວເປີດເຜີຍໃນວັນທີ 26 ມິຖຸນາວ່າ: ປະທານາທິບໍດີ ໂດນັລ ທຣໍາ ອາດຂະຫຍາຍເວລາການຢຸດໃຊ້ມາດຕະການພາສີອາກອນຕອບໂຕ້ທີ່ກໍານົດໄວ້ 90 ວັນ ເຊິ່ງມາດຕະການດັ່ງກ່າວຈະໝົດອາຍຸໃນວັນທີ 9 ກໍລະກົດນີ້.
ທ່ານ ແຄໂຣໄລ ເລວິດ ໂຄສົກທໍານຽບຂາວ ກ່າວໃນການຖະແຫລງຂ່າວວ່າ: ກໍານົດເສັ້ນຕາຍດັ່ງກ່າວບໍ່ຮີບຮ້ອນເຖິງຂັ້ນວິກິດ.
ສໍານັກຂ່າວກຽວໂດລາຍງານວ່າ: ຄໍາກ່າວຂອງໂຄສົກທໍານຽບຂາວມີຂຶ້ນໃນຂະນະທີ່ຫົວໜ້າທີມເຈລະຈາດ້ານພາສີອາກອນຂອງຍີ່ປຸ່ນເດີນທາງເຖິງນະຄອນຫລວງວໍຊິງຕັນເພື່ອຫາລືຮອບໃໝ່ກັບທ່ານ ສະກ໊ອດ ເບສເຊນ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ໂຮເວິດ ລຸດນິກ ລັດຖະມົນຕີກະຊວງການຄ້າ ຂອງອາເມລິກາ.
“ທ່ານປະທານາທິບໍດີສາມາດສະເໜີຂໍ້ຕົກລົງໃຫ້ປະເທດເຫລົ່ານີ້ຖ້າພວກເຂົາປະຕິເສດຈະປະຕິບັດຕາມຂໍ້ຕົກລົງກັບເຮົາພາຍໃນກໍານົດເສັ້ນຕາຍ ເຊິ່ງໝາຍຄວາມວ່າ ທ່ານປະທານາທິບໍດີສາມາດເລືອກກໍານົດພາສີອາກອນຕອບໂຕ້ໃນອັດຕາທີ່ທ່ານເຊື່ອວ່າຈະເປັນປະໂຫຍດຕໍ່ອາເມລິກາ” ທ່ານ ເລວິດ ກ່າວ ແລະ ກ່າວວ່າ: ອາເມລິກາມີການຫາລືທີ່ “ດີຫລາຍ ແລະ ມີປະສິດທິຜົນຕໍ່ປະເທດຄູ່ຄ້າຫລັກຫລາຍລາຍ”.
ເມື່ອນັກຂ່າວຖາມກ່ຽວກັບການຢຸດໃຊ້ມາດຕະການພາສີອາກອນ, ທ່ານ ເລວິດ ກ່າວວ່າ: “ອາດມີການຂະຫຍາຍເວລາອອກໄປໄດ້, ແຕ່ເປັນການຕັດສິນໃຈຂອງທ່ານປະທານາທິບໍດີ”.
ຄໍາຖະແຫລງຂອງທ່ານ ເລວິດ ມີຂຶ້ນໃນຂະນະທີ່ຍີ່ປຸ່ນ ແລະ ປະເທດຄູ່ຄ້າຫລັກໆຂອງອາເມລິກາ ຍັງເຈລະຈາກັບທີມການຄ້າຂອງປະທານາທິບໍດີ ທຣໍາ ເພື່ອຂໍຫລຸດຜ່ອນພາສີ ຫລັງຈາກປະທານາທິບໍດີ ທຣໍາ ປະກາດຂຶ້ນພາສີອາກອນກັບປະເທດຄູ່ຄ້ານັບແຕ່ເຂົ້າຮັບຕໍາແໜ່ງໃນເດືອນມັງກອນ.
ການຢຸດໃຊ້ມາດຕະການພາສີເປັນເວລາ 90 ວັນນັ້ນ ອາເມລິກາຫລຸດຜ່ອນໃຫ້ສະເພາະປະເທດທີ່ຖືກຮຽກເກັບພາສີອາກອນຕອບໂຕ້ ເຊິ່ງຄວບຄຸມຄູ່ຄ້າປະມານ 60 ປະເທດທີ່ເກີນດຸນການຄ້າກັບອາເມລິກາ ໂດຍການຢຸດພາສີຊົ່ວຄາວນີ້ບໍ່ມີຜົນກັບພາສີອາກອນຂັ້ນພື້ນຖານໃນອັດຕາ 10% ທີ່ປະທານາທິບໍດີ ທຣໍາ ຮຽກເກັບກັບສິນຄ້ານໍາເຂົ້າຈາກທຸກປະເທດທົ່ວໂລກ.

