ທ່ານ ຮຸນ ເຊນ ລົງພື້ນທີ່ຢ້ຽມຢາມກໍາລັງພົນຊາຍແດນ ກໍາປູເຈຍ-ໄທ ປະກາດຮັບຕໍາແໜ່ງຜູ້ບັນຊາການທະຫານສູງສຸດອາວຸໂສ

ສົມເດັດອັກຄະມະຫາເສນາບໍດີເຕໂຊ ຮຸນ ເຊນ ປະທານວຸດທິສະພາ ແລະ ອະດີດນາຍົກລັດຖະມົນຕີກໍາປູເຈຍ ໃສ່ຊຸດທະຫານຍົດນາຍພົນ 5 ດາວ ເດີນທາງດ້ວຍເຮລິກອບແຕລົງພື້ນທີ່ກວດຢ້ຽມກໍາລັງພົນ ແລະ ປະຊາຊົນຢູ່ແຂວງອຸດອນມີໄຊ ບໍລິເວນຊາຍແດນທາງພາກເໜືອຂອງກໍາປູເຈຍຕິດກັບໄທ ໂດຍມີເຈົ້າໜ້າທີ່ໄປລໍຖ້າຕ້ອນຮັບ ກ່ອນຈະເຂົ້າຮ່ວມກອງປະຊຸມກັບຜູ້ບັນຊາການທະຫານຂອງແຂວງອຸດອນມີໄຊ.
ຂະນະທີ່ທ່ານ ເຈຍ ທີຣິດ ໂຄສົກຂອງທ່ານ ຮຸນ ເຊນ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ທ່ານ ຮຸນ ເຊນ ຍັງໄດ້ປະກາດຮັບໜ້າທີ່ຜູ້ບັນຊາການທະຫານສູງສຸດອາວຸໂສຂອງກອງທັບກໍາປູເຈຍຕາມຄໍາຂໍຂອງຜູ້ບັນຊາການທະຫານທຸກຄົນ ເຊິ່ງເປັນການຢືນຢັນໃນການສະໜັບສະໜູນກອງທັບກໍາປູເຈຍ ແລະ ຮັບປະກັນການສົ່ງກໍາລັງບໍາລຸງໃຫ້ກໍາລັງພົນ. ຂະນະທີ່ປະກາດຕໍ່ທະຫານທຸກຄົນວ່າ ຢ່າຢ້ານທີ່ຈະໂຈມຕີສັດຕູທີ່ຮຸກຮານປະເທດ.

