ຍີ່ປຸ່ນສະໜອງທຶນ ເຂົ້າໃນໂຄງການສະໜອງທຶນການສຶກສາ ໃນການພັດທະນາຊັບພະນາກອນມະນຸດ ໃຫ້ແກ່ ສປປ ລາວ ມູນຄ່າ 420 ລ້ານເຢນ.

ພິທີລົງນາມເອກະສານ ແລກປ່ຽນ ໂຄງການສະໜອງທຶນການສຶກສາໃນການພັດທະນາຊັບພະນາກອນມະນຸດ ຈາກ ລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ (The Project for Human Resource Development Scholarship) ມູນຄ່າ 420 ລ້ານ ເຢນ ດຳເນີນໄປວັນທີ 25 ມິຖຸນາ 2025 ທີ່ ກະຊວງການຕ່າງປະເທດ, ຕາງໜ້າລັດຖະບານແຫ່ງ ສປປ ລາວ ໂດຍທ່ານ ນາງ ຟອງສະໝຸດ ອັນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນໂດຍທ່ານ ໂຄອິຊຸມິ ຊຶໂຕະມຸ (Mr. KOIZUMI Tsutomu), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ເປັນຜູ້ລົງນາມ, ໂດຍມີພາກສ່ວນກຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນໃຫ້ ສປປ ລາວ ໃນຕະຫຼອດໄລຍະ 25 ປີ ທີ່ຜ່ານມາ, ການສະ ໜອງທຶນການສຶກສາ ເພື່ອການພັດທະນາຊັບພະນາກອນມະນຸດ (ຫຼື ທຶນການສຶກສາ JDS) ໄດ້ຍົກລະດັບຂີດຄວາມສາມາດ ຂອງພະນັກງານລັດຖະກອນໜຸ່ມຂອງລາວ ຫຼາຍກວ່າ 500 ຄົນ ໃນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກໃນຫຼາຍສາຂາວິຊາ ເປັນຕົ້ນແມ່ນ: ການບໍລິຫານລັດ, ເສດຖະກິດ, ການພົວພັນສາກົນ, ກະສິກຳ ແລະ ສິ່ງແວດລ້ອມ ແລະ ອື່ນໆ ຢູ່ ບັນດາມະຫາວິທະຍາໄລທີ່ມີຊື່ສຽງຂອງຍີ່ປຸ່ນ, ເຊິ່ງພະນັກງານລັດຖະກອນລາວທີ່ໄດ້ຮັບທຶນການສຶກສາດັ່ງກ່າວ ໄດ້ນໍາເອົາຄວາມຮູ້, ບົດຮຽນ ແລະ ປະສົບການທີ່ຫຼາກຫຼາຍຈາກປະເທດຍີ່ປຸ່ນ ມາຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ກໍຄືການສືບຕໍ່ສ້າງສາ ແລະ ພັດທະນາ ສປປ ລາວ ເປັນແຕ່ລະໄລຍະ.

ນອກຈາກນີ້, ຕະຫຼອດໄລຍະຫຼາຍປີຜ່ານມາ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຍັງໄດ້ສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນ ການພັດທະ ນາໂຄງລ່າງພື້ນຖານ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້ ແລະ ອື່ນໆ.

ພິເສດ ການຊ່ວຍເຫຼືອຢ່າງທັນການ ຢູ່ ຂົງເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ການເກັບກູ້ລະເບີດ ບໍ່ທັນແຕກທີ່ຍັງຕົກຄ້າງ (UXO) ຢູ່ ສປປ ລາວ, ສະເພາະຂົງເຂດການພັດທະນາຊັບພະຍາກອນມະນຸດ ແມ່ນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາຂະແໜງການສຶກສາ ເປັນຕົ້ນແມ່ນ ການກໍ່ສ້າງ ແລະ ສ້ອມແປງໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ, ການປັບປຸງສູນພັດທະນາຄູຂັ້ນແຂວງ ກໍຄືການປັບປຸງສະພາບແວດລ້ອມການສຶກສາ, ການສະໜອງອຸປະກອນການສຶກສາທີ່ຈຳເປັນ, ການສະໜອງທຶນການສຶກສາ ແລະ ອື່ນໆ.

ທີ່ມາ: ວິທະຍຸກະຈາຍສຽງແຫ່ງຊາດລາວ