ປະທານາທິບໍດີອີຣານປະກາດ “ສິ້ນສຸດສົງຄາມ 12 ວັນ” ເລັ່ງຟື້ນຟູປະເທດ

           ທ່ານ ມາຊູດ ເປເຊດຽນ ປະທານາທິບໍດີອີຣານ ໄດ້ປະກາດ “ສິ້ນສຸດສົງຄາມ 12 ວັນ” ແລະ ຮຽກຮ້ອງໃຫ້ໜ່ວຍງານລັດຖະບານ ລວມທັງສະຖາບັນປະຕິວັດທັງໝົດ ລະດົມກໍາລັງເພື່ອຟື້ນຟູປະເທດ.

          ປະທານາທິບໍດີອີຣານໄດ້ສົ່ງສານເຖິງປະຊາຊົນຊາວອີຣານຫລັງຈາກການຢຸດຍິງມີຜົນບັງຄັບໃຊ້ວ່າ: “ວັນນີ້ ຫລັງຈາກທີ່ທ່ານໄດ້ຢືນຢັດຢ່າງກ້າຫານ ແລະ ຍິ່ງໃຫຍ່ ເຮົາໄດ້ເຫັນການຢຸດຍິງ ແລະ ການສິ້ນສຸດສົງຄາມ 12 ວັນ” ເຊິ່ງເປັນສົງຄາມທີ່ອິດສະລາແອນເປັນຝ່າຍເລີ່ມ.

          ຜູ້ນໍາອີຣານກ່າວວ່າ: “ສັດຕູຜູ້ຮຸກຮານລົ້ມເຫລວໃນການບັນລຸເປົ້າໝາຍອັນຊົ່ວຮ້າຍໃນການທໍາລາຍໂຮງງານນິວເຄຼຍ, ທໍາລາຍຄວາມຮູ້ດ້ານນິວເຄຼຍ ລວມທັງປຸກລະດົມຄວາມບໍ່ສະຫງົບໃນສັງຄົມ”.

          ກົງກັນຂ້າມ, ການລົ້ມສະຫລາຍຂອງ “ການຢູ່ຄົງກະພັນຈອມປອມ” ຂອງອິດສະລາແອນ ແລະ ພັນທະມິດ ລວມທັງການທໍາລາຍລ້າງຄັ້ງໃຫຍ່ຕໍ່ສິ່ງປຸກສ້າງ ແລະ ສູນກາງສໍາຄັນໃນດິນແດນທີ່ຖືກຢຶດຄອງ ໄດ້ສົ່ງສານສໍາຄັນໄປທົ່ວໂລກວ່າ: ການມາຫຍຸ້ງກັບອີຣານນັ້ນ ຕ້ອງແລກມາດ້ວຍຜົນໄດ້ຮັບທີ່ສາຫັດ.

           ສໍານັກຂ່າວຊິນຮົວລາຍງານວ່າ: ໃນການສົນທະນາທາງໂທລະສັບກັບປະທານາທິບໍດີສະຫະລັດອາຣັບເອມິເຣດ ໃນວັນທີ 24 ມິຖຸນາຜ່ານມາ, ປະທານາທິບໍດີອີຣານເປີດເຜີຍວ່າ: ອີຣານພ້ອມຈະແກ້ໄຂບັນຫາຕ່າງໆພາຍໃນຂອບລະຫວ່າງປະເທດ ແລະ ໃນໂຕະເຈລະຈາ.

           ຜູ້ນໍາອີຣານກ່າວວ່າ: ອາເມລິກາ ແລະ ອິດສະລາແອນ ພະຍາຍາມສ້າງຄວາມແຕກແຍກ ແລະ ການເປັນສັດຕູໃນບັນດາປະເທດອິດສະລາມ ໂດຍລະບຸວ່າ: ອີຣານກໍາລັງພະຍາຍາມສົ່ງເສີມຄວາມສາມັກຄີ ແລະ ສັນຕິພາບໃນພາກພື້ນ ເພື່ອຊຸກຍູ້ຄວາມກ້າວໜ້າ.

          ທັງນີ້, ວັນທີ 13 ມິຖຸນາ ອິດສະລາແອນໄດ້ເລີ່ມໂຈມຕີທາງອາກາດຄັ້ງໃຫຍ່ໃນຫລາຍພື້ນທີ່ຂອງອີຣານ ລວມທັງໂຮງງານນິວເຄຼຍ ແລະ ຖານທັບທະຫານ ສົ່ງຜົນເຮັດໃຫ້ຜູ້ບັນຊາການອາວຸໂສ, ນັກວິທະຍາສາດນິວເຄຼຍ ແລະ ພົນລະເຮືອນເສຍຊີວິດ. ຈາກນັ້ນອີຣານໄດ້ຍິງລູກສອນໄຟ ແລະ ໂດຣນໂຈມຕີອິດສະລາແອນເພື່ອຕອບໂຕ້ຫລາຍຄັ້ງ ເຮັດໃຫ້ມີຜູ້ບາດເຈັບ ແລະ ເກີດຄວາມເສຍຫາຍຢ່າງໜັກເຊັ່ນກັນ.

          ຕໍ່ມາວັນທີ 21 ມິຖຸນາ, ກອງທັບອາກາດອາເມລິກາ ໄດ້ຖິ້ມລະເບີດໃສ່ໂຮງງານນິວເຄຼຍຂອງອີຣານ 3 ແຫ່ງ ໄດ້ແກ່ຟໍໂດ, ນາທານ ແລະ ອິສຟາຮານ ອີຣານຈຶ່ງຕອບໂຕ້ດ້ວຍການຍິງລູກສອນໄຟໃສ່ຖານທັບອາເມລິກາຢູ່ກາຕາໃນວັນທີ 23 ມິຖຸນາ.

         ຫລັງຈາກອີຣານໄດ້ໂຈມຕີຖານທັບອາເມລິກາ, ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ໄດ້ປະກາດວ່າ: ການຢຸດຍິງລະຫວ່າງສອງຝ່າຍຈະເລີ່ມຂຶ້ນປະມານ 04:00 ໂມງ ຕາມເວລາ GMT ຂອງວັນທີ 24 ມິຖຸນາ ໂດຍອີຣານ ແລະ ອິດສະລາແອນຕ່າງຢືນຢັນການເລີ່ມຕົ້ນການຢຸດຍິງໃນເວລາຕໍ່ມາ.