ທັບ W.I.G NAGA U-13 ໄດ້ອອກເດີນທາງໄປເກັບໂຕຢູ່ທີ່ ສູນຝຶກໃຈຟ້າ ອະຄາເດມີ ທີ່ຈັງຫວັດ ລົບບູລີ ປະເທດໄທ ໃນວັນທີ 23.06.2025 ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນລະດັບໂລກ ລາຍການ IBER CUP 2025 ທີ່ປະເທດປ໊ອກຕຸຍການ (ໂປຕູເກດ)

ວັນທີ 23.06.2025 ຜ່ານມາທັບນັກກິລາ W.I.G NAGA ສະໂມສອນບານເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 13 ປີ ໄດ້ອອກເດີນທາງໄປເກັບໂຕຢູ່ທີ່ ສູນຝຶກໃຈຟ້າ ອະຄາເດມີ ທີ່ຈັງຫວັດ ລົບບູລີ ປະເທດໄທ ນໍາໂດຍ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ W.I.G NAGA, 2 ອ້າຍນ້ອງ ເອກະລາດ ວິໄລກຸນ ( ຜູ້ເປັນອ້າຍ ) ແລະ ອານຸສັກ ວິໄລກຸນ ( ຜູ້ເປັນນ້ອງ ) ພ້ອມດ້ວຍຄະນະ, ຄູຝືກ ແລະ ນັກກິລາ ໄດ້ອອກເດີນທາງຢ່າງເປັນທາງການ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນລະດັບໂລກ ລາຍການ IBER CUP 2025 ທີ່ປະເທດປ໊ອກຕຸຍການ (ໂປຕູເກດ) ລະຫວ່າງວັນທີ 30 ມິຖຸນາ – 6 ກໍລະກົດ 2025ນີ້.

ສໍາລັບ ນັກເຕະເຍົາວະຊົນລາວຈາກ W.I.G NAGA ສະໂມສອນບານເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 13 ປີ ຖືກຈັດຢູ່ກຸ່ມ I ຮ່ວມກັບເຈົ້າພາບ GD Estoril Praia ທີມຈາກໂປຣຕູເກດ, FC Nana Juniors ທີມຈາກໂຣມານີ ແລະ Indy Eleven ທີມຈາກສະຫະລັດອາເມຣິກາ ໃນການແຂ່ງຂັນບານເຕະເຍົາວະຊົນລາຍການ iber cup 2025 ທີ່ປະເທດປ໊ອກຕຸຍການ ລະຫວ່າງວັນທີ 30 ມິຖຸນາ – 6 ກໍລະກົດ 2025.

ລາຍການນີ້ເປັນລາຍການໃຫຍ່ ມີສະໂມສອນຊັ້ນນໍາຈາກທົ່ວໂລກເຂົ້າຮ່ວມ ໂດຍສະເພາະສະໂມສອນຈາກເອີຣົບ ແລະ ອາເມຣິກາ ໂດຍມີເຖິງ 48 ທີມເຂົ້າຮ່ວມແບ່ງອອກເປັນ 12 ກຸ່ມໆລະ 4 ທີມ, ຈະຄັດເອົາພຽງທີ 1 ຂອງແຕ່ລະກຸ່ມຜ່ານເຂົ້າຮອບ Playoff Gold, ສ່ວນທີ 2 ຂອງກຸ່ມໄປຊີງແຊ້ມຮອບ Playoff Silver ແລະ ທີ 3 ຂອງແຕ່ລະກຸ່ມໄປຊີງແຊ້ມຮອບ Playoff Bronze.