ລາຄາໄຟຟ້າບັນຫາສັງຄົມ ຖືກຍົກສູ່ສະພາແຫ່ງຊາດ ເພື່ອພິຈາລະນາມາດຕະການແກ້ໄຂ

ໂດຍ: ທິດກໍ່າ
ລາວເຮົາໄດ້ກາຍເປັນຜູ້ສົ່ງອອກໄຟຟ້າລາຍໃຫຍ່ໃນຂົງເຂດອາຊຽນ ແມ່ນໜຶ່ງໃນໝາກຜົນແຫ່ງອຸດົມການຂອງປະທານ ໄກສອນ ພົມວິຫານ ໃນສະໄໝເພິ່ນເປັນນາຍົກລັດຖະມົນຕີຄົນທໍາອິດຂອງ ສປປ ລາວ ເພາະທິດກໍ່າເຄີຍໄດ້ຟັງ ແລະ ໄດ້ຍິນຄໍາຄິດເຫັນຂອງເພິ່ນ ທັງວົງແຄບ ແລະ ວົງກວ້າງ ໃນເວລານັ້ນ ແມ່ນຫລັງຈາກປະເທດຊາດຂອງພວກເຮົາໄດ້ຮັບການປົດປ່ອຍໃໝ່ໆ ປະກາດເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລ້ວ ເພິ່ນມີອຸດົມການຢາກສ້າງປະເທດລາວໃຫ້ຈະເລີນຮຸ່ງເຮືອງ ຄືກັນກັບນາໆອາຣິຍະປະເທດດ້ວຍເຫດຜົນທີ່ວ່າ ປະເທດເຮົາມີພູຜາປ່າໄມ້, ມີແມ່ນໍ້າລໍາເຊທີ່ອຸດົມສົມບູນ, ມີແກ້ງຕາດຫາດຊາຍ, ມີນໍ້າຕົກໂຕນຄອນອັນເປັນເງື່ອນໄຂເອື້ອອໍານວຍໃນການສ້າງເຂື່ອນໄຟຟ້າຫລາຍທີ່ສຸດ.
ພໍຕົກມາຮອດສະໄໝນີ້ ພັກ ແລະ ລັດຖະບານເຮົາຈຶ່ງໄດ້ສານຕໍ່ອຸດົມການຂອງເພິ່ນໃຫ້ປາກົດຜົນເປັນຈິງ. ໃນປັດຈຸບັນປະເທດລາວຂອງພວກເຮົາໄດ້ມີແຫລ່ງຜະລິດໄຟຟ້າດ້ວຍພະລັງງານຕ່າງໆ ທັງນ້ອຍ ແລະ ໃຫຍ່ທັງໝົດ 100 ກວ່າແຫ່ງແລ້ວ ໃນນີ້ກໍນັບທັງໂຄງການທີ່ສ້າງແລ້ວ ແລະ ພວມກໍາລັງສ້າງຢ່າງເລັ່ງດ່ວນ.
ຢ່າງໃດກໍດີ, ຫາກຕັ້ງໂຈດກັນວ່າ ເມື່ອລາວເຮົາເປັນຜູ້ຜະລິດລາຍໃຫຍ່ແຕ່ຄ່າກະແສໄຟຟ້າຈຶ່ງແພງແທ້ ທັງໆທີ່ມັນຈະຖືກກວ່າໝູ່ ຫລື ປະຊາກອນພຽງ 7-8 ລ້ານຄົນຄວນໄດ້ໃຊ້ຟຣີ. ຄໍາຕອບໂຈດກໍມີຢູ່ວ່າ ອັນທີໜຶ່ງຍ້ອນພວກເຮົາບໍ່ໄດ້ເປັນເຈົ້າຂອງເຂື່ອນໄຟຟ້າ, ເຂື່ອນໄຟຟ້າເກືອບທຸກແຫ່ງເປັນຂອງພວກລົງທຶນຕ່າງປະເທດ, ເວົ້າແຈ້ງກໍຄືພວກເຮົາບໍ່ໄດ້ທໍາການຜະລິດ ແລະ ກໍາລັງການຜະລິດໂດຍກົງ, ເຂື່ອນໄຟຟ້າທຸກແຫ່ງເມື່ອຜະລິດໄຟຟ້າອອກມາແລ້ວຈຶ່ງມາຂາຍໃຫ້ລັດວິສາຫະກິດໄຟຟ້າລາວ, ຈາກນັ້ນບໍລິສັດໄຟຟ້າລາວກໍສົ່ງຈໍາໜ່າຍຢູ່ພາຍໃນ ແລະ ສົ່ງຂາຍຕ່າງປະເທດຕາມສັນຍາ ແລະ ຄວາມຕ້ອງການຂອງຜູ້ຊື້. ໃນປັດຈຸບັນການສົ່ງກະແສໄຟຟ້າໄປຂາຍໃຫ້ຕ່າງປະເທດແມ່ນຫລາຍກວ່າການຊົມໃຊ້ຢູ່ພາຍໃນຈົນເຮັດໃຫ້ບໍ່ພຽງພໍກັບຄວາມຕ້ອງການຈໍານວນບໍ່ໜ້ອຍ.
ອີກປະການໜຶ່ງ ການສ້າງເຂື່ອນໄຟຟ້າແມ່ນມີການລົງທຶນຢ່າງມະຫາສານ ແລະ ມີກໍານົດກົດເກນໃນການຄິດໄລ່ ກ່ອນຈະໄດ້ສ້າງເຂື່ອນບໍ່ຈັກວ່າເສຍຫຍັງຕໍ່ຫຍັງ ຈຶ່ງສາມາດກໍານົດລາຄາຂາຍໄຟຟ້າອອກມາພາຍໃນ 30 ປີ ຫລື 50 ປີ ຈຶ່ງສາມາດກູ້ທຶນຄືນ. ສ່ວນເຫດຜົນອັນທີສອງກໍແມ່ນການບໍລິຫານຈັດການຂອງບໍລິສັດໄຟຟ້າທີ່ຊື້ນໍາເຂົາມາແລ້ວມາຂາຍຕໍ່ໃຫ້ປະຊາຊົນ ແນ່ນອນກໍຕ້ອງມີກໍາໄລແຕ່ຊໍ້າພັດວ່າມີການຫລຸບທຶນຢູ່ຕະຫລອດ ແນ່ນອນເພື່ອແກ້ໄຂການຫລຸບທຶນມີທາງດຽວ ຄືຂຶ້ນຄ່າກະແສໄຟຟ້ານໍາຜູ້ບໍລິໂພກສຸດທ້າຍຜູ້ເປັນທຸກກໍຍັງແມ່ນຜູ້ຊົມໃຊ້ຄືປະຊາຊົນນັ້ນເອງ.
ບັນຫານີ້ ສສຊ ໄດ້ຍົກຂຶ້ນຊັກຖາມຕໍ່ກອງປະຊຸມ ພ້ອມທັງປະກອບຄຳຄິດເຫັນ ເພື່ອຢາກຮູ້ເຫດຜົນ, ວິທີການ ແລະ ມາດຕະການແກ້ໄຂ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບໝາກຜົນທີ່ດີ ດັ່ງທ່ານນາງວາວີ ເວດສະພົງ ສສຊ ເຂດ1 ນະຄອນຫລວງວຽງຈັນເວົ້າວ່າ: ໄຟຟ້າຈະຂາດທຶນຫລືບໍລິຫານຜິດພາດ ແລ້ວຈະມາໃຫ້ປະຊາຊົນຮັບຜິດ ດ້ວຍການຂຶ້ນລາຄາໄຟຟ້າຖືວ່າມັນບໍ່ຖືກ ແລະ ສສຊ ທ່ານອື່ນໆກໍໄດ້ປະກອບຄຳເຫັນໃນແລວດຽວກັນ ເພື່ອຢໍ້າໃຫ້ພາກລັດເອົາໃສ່ກາພັດທະນາຂົງເຂດພະລັງງານໄຟ້າໃຫ້ຮັດກຸມ ໃຫ້ປະເທດຊາດໄດ້ຮັບຜົນປະໂຫຍດສູງສຸດ. ເຊິ່ງປະທານສະພາກໍໄດ້ເນັ້ນໃຫ້ພາກລັດຫາວິທີທາງອອກ, ຄົ້ນຄວ້າພະຈາລະນາມາດຕະການແກ້ໄຂ ບໍ່ໃຫ້ກະທົບການເປັນຢູ່ຂອງປະຊາຊົນ ເຊິ່ງຈະມີມາດຕະການແນວໃດນັ້ນຍັງບໍ່ທັນສະຫລຸບ ຕ້ອວຕິດຕາມຕອນຕໍ່ໄປ.
ແນວໃດກໍຕາມ, ສໍາລັບທາງອອກໃນປັດຈຸບັນ ແລະ ອະນາຄົດນັ້ນ ມັນກໍພໍມີຢູ່ ຄືໃຫ້ພາກັນອົດທົນລໍຖ້າໃຫ້ໝົດອາຍຸການສໍາປະທານສ້າງເຂື່ອນພາຍໃນ 30 ປີ ຫລື 50 ປີ ແລ້ວເຂື່ອນຈະເປັນກໍາມະສິດຂອງລັດຖະບານເຮົາ ແລະ ຫລັງຈາກນັ້ນ ຄ່າກະແສໄຟຟ້າອາດຖືກລົງ. ທາງອອກອັນທີສອງ ຄືລັດຖະບານຕ້ອງມີທຶນຮອນຢ່າງມະຫາສານເພື່ອຊື້ແພງມາຂາຍຖືກໃຫ້ປະຊາຊົນ. ສ່ວນທາງອອກອັນສຸດທ້າຍແມ່ນຂຸ້ນຂ້ຽວປັບປຸງແກ້ໄຂການບໍລິຫານຈັດການລັດວິສາຫະກິດໄຟຟ້າລາວ ເພື່ອຊອກຫາຄວາມຈິງຂອງສາເຫດການຫລຸບທຶນມາຕະຫລອດ ຊໍ້າບໍ່ໜໍາຄ່າກະແສໄຟຟ້າພັດທະວີຄູນຂຶ້ນຕິກໆໃນແຕ່ລະເດືອນແຕ່ລະປີ. ນີ້ຄືບັນຫາຫາງສຽງຂອງປະຊາຊົນ ແລະ ສັງຄົມທີ່ພວມລໍຄອຍຄໍາຕອບຈາກບໍລິສັດລັດວິສາຫະກິດໄຟຟ້າລາວ ກໍຄືໜ່ວຍງານທີ່ກ່ຽຂ້ອງ.

