ແຂວງຫລວງພະບາງເລັ່ງ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ທີ່ເປ່ເພໜັກ

ຂ່າວສານ ແຂວງຫລວງພະບາງ ລາຍງານວັນທີ 20 ມິຖຸນາ 2025 ວ່າ: ທ່ານ ບຣົ່ງຫວ່າງ ຫວ່າງເຈ່ຍຊ່າ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄດ້ຈັດລຽງບູລິມະສິດການສ້ອມແປງແບບສຸກເສີນຈຸດທີ່ເປ່ເພໜັກໜ່ວງ ໄປ-ມາ ມີຄວາມຫຍຸ້ງຍາກ, ບໍ່ສາມາດໄປໄດ້ ຕາມເສັ້ນທາງຫລວງແຫ່ງຊາດ ໃຫ້ສາມາດທຽວໄດ້ປົກກະຕິ ແລະ ເພື່ອບໍ່ໃຫ້ເປັນການຫລ້າຊ້າ ແລະ ຕ້ອງໄດ້ແກ້ໄຂຮີບດ່ວນ ພະແນກໂຍທາທິການ ແລະ ຂົນສົ່ງ ໃນນາມຜູ້ຮັບຜິດຊອບ ຈຶ່ງໄດ້ຈັດຊື້-ຈັດຈ້າງ ຄັດເລືອກເອົາບໍລິສັດທີ່ມີເງື່ອນໄຂຄົບຖ້ວນທາງດ້ານພາຫະນະກົນຈັກ, ບຸກຄະລາກອນ, ທຶນຮອນ ແລະ ອອກໜັງສືໃຫ້ບໍລິສັດທີ່ຊະນະການປະມູນ ລົງມືຈັດຕັ້ງປະຕິບັດວຽກໂດຍໄວ ໂດຍນຳໃຊ້ງົບປະມານກອງທຶນທາງປະຈຳປີ 2025 ຮ່ວງບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ຂອບເຂດແຂວງຫລວງພະບາງ ໂດຍໄດ້ແບ່ງອອກເປັນ 9 ຊ່ວງ ໂຄງການກໍ່ສ້າງ ຄື:

  1. ໂຄງການສ້ອມແປງທາງຫລວງແຫ່ງຊາດ ທາງເລກທີ 13 ເໜືອ ແຕ່ຊາຍແດນແຂວງວຽງຈັນ ຫາ ເມືອງຊຽງເງິນ, ລວງຍາວ 114 ກິໂລແມັດ
  2. ໂຄງການສ້ອມແປງທາງຫລວງແຫ່ງຊາດ ທາງເລກທີ 13 ເໜືອ ແຕ່ເມືອງຊຽງເງິນ ຫາ ສາມແຍກວົງວຽນກົກງິ້ວ ແລະ ແຕ່ສາມແຍກກົກງິ້ວ ຫາ ຂົວນໍ້າຄານ (ວົງວຽນບ້ານວັງເງິນ) ລວງຍາວທັງໝົດ 21 ກິໂລແມັດ
  3. ໂຄງການສ້ອມແປງທາງຫລວງແຫ່ງຊາດ ທາງເລກທີ 13 ເໜືອ ແຕ່ສາມແຍກ ວົງວຽນກົກງິ້ວ ຫາ ສາມແຍກວົງວຽນພອນໄຊ ລວງຍາວ 22.5 ກິໂລແມັດ
  4. ໂຄງການສ້ອມແປງທາງຫລວງແຫ່ງຊາດ ທາງເລກທີ 13 ເໜືອ ແຕ່ສາມແຍກ ວົງວຽນບ້ານພອນໄຊ ຫາ ບ້ານປາກມອງ ລວງຍາວ 100.5 ກິໂລແມັດ
  5. ໂຄງການສ້ອມແປງທາງຫຼວງແຫ່ງຊາດ ທາງເລກທີ 7 ແຕ່ສາມແຍກພູຄູນ ຫາ ຊາຍແດນແຂວງຊຽງຂວາງ ລວງຍາວ 42 ກິໂລແມັດ
  6. ໂຄງການສ້ອມແປງທາງຫລວງແຫ່ງຊາດ ທາງເລກທີ 4 ແຕ່ສາມແຍກປາກແວດ ຫາ ປາກຄອນ ແລະ ທາງເລກທີ 22 ແຕ່ສາມແຍກປົ່ງດົງ ຫາ ຊາຍແດນແຂວງວຽງຈັນ ລວງຍາວທັງໝົດ 90.4 ກິໂລແມັດ
  7. ໂຄງການສ້ອມແປງທາງຫລວງແຫ່ງຊາດ ທາງເລກທີ 1C ແຕ່ບ້ານປາກມອງ ຫາ ບ້ານຫ້ວຍແຊວ ລວງຍາວ 60 ກມ
  8. ໂຄງການສ້ອມແປງທາງຫລວງແຫ່ງຊາດ ທາງເລກທີ 1C ແຕ່ບ້ານຫ້ວຍແຊວ ຫາ ບ້ານສາມສຸມ ລວງຍາວ 40 ກິໂລແມັດ
  9. ໂຄງການສ້ອມແປງທາງຫລວງແຫ່ງຊາດ ທາງເລກທີ IC ແຕ່ບ້ານສາມສຸມ ຫາ ຊາຍແດນແຂວງຫົວພັນ ລວງຍາວ 46 ກິໂລແມັດ.

ມາຮອດປັດຈຸບັນນີ້ບັນດາບໍລິສັດຮັບເໝົາພວມເລັ່ງລົງມືແກ້ໄຂສ້ອມແປງເສັ້ນທາງຈຸດທີ່ມີຄວາມສຽງທີ່ລົດຈະຄາເພື່ອໃຫ້ ລົດແລ່ນສະດວກໃນຊ່ວງລະດູຝົນ. ສ່ວນການຍົກລະດັບເສັ້ນທາງໃຫ້ໄດ້ມາດຕະຖານ ເພື່ອຮອງຮັບສະພາບລົດບັນທຸກໜັກໃນອານາຄົດ ກຳລັງສະເໜີຄົ້ນຄວ້າຮູບແບບໃໝ່ໃຫ້ບໍລິສັດທີ່ມີທ່າແຮງທາງດ້ານການເງິນ, ບຸກຄະລາກອນ ມາຈັດຕັ້ງປະຕິບັດ.

ທີ່ມາ: LuangPrabang News