ສົ່ງເສີມໃຫ້ນາຍທຶນມາລົງທຶນ ແຕ່ຢ່າໃຫ້ຕົນເອງຂາດທຶນ

ໂດຍ: ທິດດີ

ຖ້າຫາກວ່າ ເຮົາໄດ້ຕິດຕາມ ບັນຍາກາດກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ກຳລັງດຳເນີນຢູ່ ກໍຈະເຫັນໄດ້ວ່າ ໄລຍະອາທິດທຳອິດ ສະມາຊິກສະພາແຫ່ງຊາດມີການຕັ້ງບັນຫາເລື່ອງ ຄ່າໄຟຟ້າ; ການຂຸດຄົ້ນບໍ່ແຮ່ ແລະ ສະເໜີໃຫ້ລັດຖະບານ ພິຈາລະນາຄືນໃນຫຼາຍໆຢ່າງເພື່ອໃຫ້ສອດຄ່ອງກັບ ລະບຽບກົດໝາຍບ້ານເມືອງ.

ຕາມທັດສະນະແລ້ວ ສອງຂະແໜງການທີ່ ສະມາຊິກສະພາແຫ່ງຊາດຍົກຂຶ້ນມານີ້ ມັນຕິດພັບກັບການລົງ “ທຶນ” ຈາກນາຍທຶນນໍ ! ສະນັ້ນ ທິດດີ ຈຶ່ງຄິດເຖິງຄຳພັງເພີຍ ທີ່ເຖົ້າແກ່ບູຮານເຄີຍເວົ້າຫຼີ້ນແກມສັ່ງສອນໄວ້ວ່າ: “ໝໍຈັນຄົນຜູ້ໂກ້ ຫາກິນນຳຄົນ……ຄັນຄົນ……ບໍ່ໃຫ້ ຄົນໂກ້ກະບໍ່ໄດ້ກິນ” ເມື່ອມາທຽບໃສ່ພຶດຕິກຳທີ່ມັນເກີດຂຶ້ນໃນປັດຈຸບັນກໍມີຄວາມໃກ້ຄຽງກັນຢູ່  ຍ້ອນວ່າຂອດຄຸ້ມຄອງ-ບໍລິຫານເຮົາບໍ່ເຄັ່ງຄັດ ເຂັ້ມງວດເທົ່າທີ່ຄວນ.

ພວກເຮົາ ຕ້ອງຍອມຮັບວ່າ ການລົງທຶນກໍ່ຕ້ອງການຜົນກຳໄລ ສະນັ້ນຈຶ່ງບໍ່ກ່າວໂທດຜູ້ໃດດອກ ພຽງແຕ່ຍົກບັນຫາຂຶ້ນມາໃຫ້ເຫັນຂອດການຄຸ້ມຄອງ-ບໍລິຫານຈັດການວ່າ ມີຊ່ອງຫວ່າງກໍທໍ່ນັ້ນ, ຫາກເວົ້າເລື່ອງທຶນ ຫຼື ວ່ານາຍທຶນ ນີ້ພວກເຮົາທີ່ສ້າສາພັດທະນາປະເທດຊາດໄປສູ່ຈຸດໝາຍ ສັງຄົມນິຍົມຍາມໄດ້ຮ່ຳຮຽນ ທິດສະດີ ມາກ-ເລນິນ ເພາະນັ້ນມັນຄືເຂັມຊີ້ທິດເຍືອງທາງໃຫ້ເດີນໄປຢ່າງຖືກຕ້ອງ, ຂໍອະນຸຍາດອຸ່ນຄືນ ບົດຮຽນວ່າດ້ວຍ ທຶນ ຫຼື ນາຍທຶນ ເພື່ອໃຫ້ພວກເຮົາກຳໄດ້ແລ້ວວາງແຜນການຄຸ້ມຄອງ-ບໍລິຫານຈັດການໃຫ້ເກີດປະໂຫຍດສູງສຸດແກ່ປະເທດຊາດ ບ້ານເມືອງ.

ທ່ານ ກາກມາກ ຜູ້ທີ່ຖືກຂະໜານນາມວ່າ: ນັກຄິດ, ນັກທິດສະດີ ແລະ ເປັນນັກເສດຖະສາດຜູ້ສຳຄັນຂອງໂລກໄດ້ຂຽນກ່ຽວກັບທຶນໃນເສດຖະກິດ ການເມືອງຂອງເພິ່ນ ໂດຍຂຽນຕົ້ນສະບັບໃນປີ 1857-1883 ແລະ ໄດ້ພິມເປັນເຫຼັ້ມຄັ້ງທຳອິດອອກປີ1867; ສ່ວນເຫຼັ້ມທີ II ແລະ ເຫຼັ້ມ III ຂອງ ສະຫາຍເພິ່ນຄື: ທ່ານ ອັງແກນ ໄດ້ຈັດພິມອອກໃນປີຕໍ່ມາ ປື້ມ DAS KAPITAL ວ່າດ້ວຍທຶນນິຍົມຖືເປັນປື້ມທີ່ຂາຍດີ ແລະ ມີຄົນສົນໃຈຫຼາຍໃນໂອກາດວັນເກີດຂອງເພິ່ນຄົບຮອບ 200ປີ(5/51818-5/5/2018).

ໃນປື້ມ “ທຶນ” ທ່ານກາກມາກ ໄດ້ອະທິບາຍໃນແງ່ເສດຖະກິດ ເຜີຍແບໃຫ້ເຫັນສິ່ທີ່ເປັນແກ່ນສານ ທາດແທ້ຂອງທຶນ ຊຶ່ງເປັນເຄື່ອງມືສຳຄັນທີ່ສຸດຂອງພວກນາຍທຶນ. ເພິ່ນໄດ້ຕີຄວາມໝາຍໃຫ້ເປັນ ຮູບປະທຳທີ່ສຸດວ່າ: “ ທຶນແມ່ນແຮງງານຕາຍທີ່ປຽບເໝືອນຜີດູດເລືອດ ທີ່ຕ້ອງໄດ້ກິນເລືອດ ຈຶ່ງມີຊີວິດຢູ່ໄດ້, ຍິ່ງດູດຫຼາຍເທົ່າໃດ ທຶນກໍ່ຍິ່ງຂະຫຍາຍຕົວທໍ່ນັ້ນ” ການອະທິບາຍໃນແງ່ເສດຖະສາດກ່ຽວກັບທຶນຄືແນວນັ້ນ ແມ່ນຖືກກັບຄວາມເປັນຈິງຂອງລະບົບທຶນນິຍົມໃນເວລານັ້ນແທ້.

ທັງໝົດທີ່ຍົກຂຶ້ນມານີ້ ບໍ່ມີຈຸດປະສົງຍຸແຫຍ່ ໃຫ້ກຽດຊັງ ທຶນ, ນາຍທຶນແຕ່ຢ່າງໃດ ພຽງແຕ່ຢາກໃຫ້ເຮົາຮູ້-ກຳໄດ້ ແລະ ອຸ່ນຄືນ ເພື່ອຊອກຫາວິທີການຄຸ້ມຄອງ-ບໍລິຫານຈັດການທຶນ; ການລົງທຶນໃຫ້ເກີດປະໂຫຍດສູງສຸດ ແກ່ປະເທດຊາດບ້ານເມືອງ ບໍ່ແມ່ນຈະແລ່ນຕາມຫຼັງເຂົາໃນທຸກເລື່ອງ……ນີ້ຂໍສະເໜີແລກປ່ຽນນຳກັນນໍ.