ທ່ານ ນາຍົກລັດຖະມົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງແຂວງວຽງຈັນ

ໃນຕອນບ່າຍ ວັນທີ 18 ມິຖຸນາ 2025 ທີ່ສະໂມສອນເມືອງເຟືອງ, ແຂວງວຽງຈັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງວຽງຈັນ ຊຶ່ງນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ ໂດຍທ່ານ ຄຳພັນ ສິດທິດຳພາ, ເຈົ້າແຂວງໆວຽງຈັນ.

ໃນການໂອ້ລົມ ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ອົງການປົກຄອງແຂວງວຽງຈັນ ແລະ ພາກສ່ວນກ່ຽວ ຂ້ອງ ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ ພ້ອມກັນຕັ້ງໜ້າປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເດັດດ່ຽວແກ້ໄຂບັນດາປະກົດການຫຍໍ້ທໍ້ທາງດ້ານສັງຄົມໃຫ້ຫຼຸດລົງ;ສືບຕໍ່ເພີ່ມທະວີຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງແລະພັດທະ ນາຊົນນະບົຮອບດ້ານ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ; ຊຸກຍູ້ສົ່ງເສີມ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງບັນດາທ້ອງຖິ່ນ ເຂົ້າໃນການພັດທະນາ ແລະ ຜະລິດເປັນສິນຄ້າ ຢ່າງແຂງແຮງ ຕາມທິດ “ສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ” ໃນແຕ່ລະດ້ານ ໃຫ້ປະກົດຜົນເປັນຈິງ; ສືບຕໍ່ຕິດຕາມກວດກາ ແລະ ຄຸ້ມຄອງບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດຜ່ານມາໃຫ້ເຄື່ອນໄຫວ ແລະ ປະຕິບັດພັນທະ ຖືກ ຕ້ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ສືບຕໍ່ພັດທະນາວຽກງານດ້ານສັງຄົມ ໂດຍສະເພາະ ການປະຕິບັດຄາດໝາຍດ້ານການພັດທະນາ ໃຫ້ບັນລຸຕາມແຜນທີ່ກຳນົດໄວ້ ; ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ສະໜັບສະໜູນ ໃຫ້ໄດ້ຫຼາຍຂຶ້ນ; ສືບຕໍ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ພາຍໃນແຂວງ ໃຫ້ມີຜົນສຳເລັດຕາມຄາດ ໝາຍທີ່ວາງໄວ້.

ພ້ອມນີ້ ທ່ານຍັງໄດ້ ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ, ລວມທັງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໂດຍສະເພາະຄວາມ ພະຍາຍາມ ແລະ ເອົາໃຈໃສ່ ຂອງສູນກາງພັກ, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໃນແກ້ໄຂບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຮັດໃຫ້ປະເທດເຮົາສືບຕໍ່ມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ,ເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ກໍ່ນັບມື້ພົ້ນເດັ່ນຫຼາຍຂຶ້ນ; ພ້ອມກັນນັ້ນ ທ່ານໄດ້ເນັ້ນຄືນ ຄວາມສຳຄັນຂອງວຽກງານຈຸດສຸມພັດທະນາ ໃນປີ 2025 ເຊິ່ງເປັນປີມ້ວນທ້າຍ ໃນການບຸກບືນສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ທັງເປັນປີຄົບຮອບການສະເຫຼີມສະຫຼອງໃຫຍ່ 3 ວັນປະຫວັດສາດຂອງຊາດ ແລະ ເປັນໄລຍະດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.