ຄະນະຈັດຕັ້ງສູນກາງພັກ ປັບປຸງການຈັດຕັ້ງ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ

ວັນທີ 16 ມິຖຸນາ 2025 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ ຄຈສພ ໄລຍະຜ່ານມາ ແລະ ປັບປຸງການຈັດຕັ້ງ ພາຍໃນສຳນັກງານຈຳນວນໜຶ່ງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວສໍານັກງານ ຄຈສພ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ໄລຍະຜ່ານມາ ແລະ ໄດ້ເຜີຍແຜ່ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍຸບເລີກອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 540/ຄລສພ, ລົງວັນທີ 12 ມິຖຸນາ 2025, ແຈ້ງການກ່ຽວກັບການຮັບຮອງເອົາການອອກພັກການ-ຮັບອຸດໜູນບໍານານຂອງພະນັກງານ ຄຈສພ ສະບັບເລກທີ 642/ຄຈສພ, ລົງວັນທີ 12 ມິຖຸນາ 2025 ຈໍານວນ 10 ສະຫາຍ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ຄຈສພ ເລກທີ 25/ຄປພ. ຄຈສພ ລົງວັນທີ 16 ມິຖຸນາ 2025 ວ່າດ້ວຍການສັບຊ້ອນພະນັກງານ ກົມໂຄສະນາກໍ່ສ້າງພັກ-ພະນັກງານ ຮັບໜ້າທີ່ໃໝ່ພາຍໃນ ຄຈສພ.

ລາຍຊື່ພະນັກງານອອກພັກການ-ຮັບອຸດໜູນບໍານານ 10 ສະຫາຍ ມີດັ່ງນີ້:
- ສະຫາຍ ທອງຈັນ ໂຂງພູມຄຳ ກຳມະການປະຈຳພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ
- ສະຫາຍ ຄຳປ່ຽນ ແກ້ວສໍລະສິງ ກຳມະການຄະນະພັກ ຫົວໜ້າກົມກົງຈັກການຈັດຕັ້ງ ແລະ ກົດ
ລະບຽບພັກ - ສະຫາຍ ນາງ ສີບານ ສີສະອາດ ກຳມະການຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ
- ສະຫາຍ ນາງ ວິໄລວັນ ເພັງສະຫວັດ ຫົວໜ້າສູນພັດທະນາວຽກງານຈັດຕັ້ງ
- ສະຫາຍ ນາງ ວິໄລ ອຸ່ນມີໄຊ ຮອງຫົວໜ້າສູນພັດທະນາວຽກງານຈັດຕັ້ງ
- ສະຫາຍ ນາງ ແກ້ວໃຈ ແສງມີໄຊ ຮອງຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ
- ສະຫາຍ ທອງຈັນຊະ ຢ່າທໍ່ຕູ້ ຮອງຫົວໜ້າສູນພັດທະນາວຽກງານຈັດຕັ້ງ,
- ສະຫາຍ ບັນນາວົງ ດ້ວງປັນຍາ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ,
- ສະຫາຍ ຄໍາສອນ ສຸເທບມະນີ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ
- ສະຫາຍ ວຽງສະອາດ ຈິດຕິລາດ ຮອງຫົວໜ້າກົມກໍ່ສ້າງພັກ.
ສັບຊ້ອນພະນັກງານ ກົມໂຄສະນາກໍ່ສ້າງພັກ-ພະນັກງານ ຮັບໜ້າທີ່ໃໝ່ ພາຍໃນຄະນະຈັດຕັ້ງສູນກາງພັກ ຈໍານວນ 16 ສະຫາຍ ດັ່ງນີ້:
ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງການ ຄຈສພ ມີ 10 ສະຫາຍ ຄື:
- ສະຫາຍ ຄອນຄໍາ ໂສລັດຕະນະວົງ ຮອງຫົວໜ້າກົມ
- ສະຫາຍ ນາງ ຄໍາສະຫວັນ ພົມມະວົງ ຫົວໜ້າພະແນກ
- ສະຫາຍ ເຄນດີ ທໍາມະວອນ ຫົວໜ້າພະແນກ
- ສະຫາຍ ນາງ ແສງແກ້ວ ພົມມະວົງ ຮັກສາການຫົວໜ້າພະແນກ
- ສະຫາຍ ນາງ ລັດດາວັນ ສີຫານຸວົງ ຮອງຫົວໜ້າພະແນກ
- ສະຫາຍ ແສງອາລຸນ ຈັນທາທອນ ຮອງຫົວໜ້າພະແນກ
- ສະຫາຍ ນາງ ວິລະສະໄໝ ບົດບຸນມີ ວິຊາການ
- ສະຫາຍ ນາງ ພິດສະໄໝ ວິໄລຮັກ ວິຊາການ
- ສະຫາຍ ບານ ມູນປະເສີດ ວິຊາການ
- ສະຫາຍ ນາງ ອານຸລັກ ຈິດຕິລາດ ວິຊາການ.

ໄປຮັບໜ້າທີ່ໃໝ່ຢູ່ ສະຖາບັນຄົ້ນຄວ້າວຽກງານຈັດຕັ້ງ ແລະ ການປົກຄອງ 3 ສະຫາຍ ຄື:
- ສະຫາຍ ນາງ ແກ້ວຕາ ພັນດານຸວົງ ຮອງຫົວໜ້າກົມ
- ສະຫາຍ ນາງ ຈັນອາລີຈິດ ສໍພາບມີໄຊ ວິຊາການ
- ສະຫາຍ ສໍສົດໃສ ດວງປັນຍາ ວິຊາການ.
ໄປຮັບໜ້າທີ່ໃໝ່ຢູ່ກົມກໍ່ສ້າງພະນັກງານ 2 ສະຫາຍ ຄື:
- ສະຫາຍ ນາງ ແສງວອນ ແກ້ວນີນັນລັດ ຫົວໜ້າພະແນກ,
- ສະຫາຍ ພອນສະຫວັນ ລາດຊະບັນເທົາ ວິຊາການ.
ໄປຮັບໜ້າທີ່ໃໝ່ຢູ່ກົມຄຸ້ມຄອງພະນັກງານ 1 ສະຫາຍ ຄື: ສະຫາຍ ນາງ ແສງຄໍາ ຈິດຕະວົງ ວິຊາການ.
ຂໍ້ມູນ-ພາບ: ຄຈສພ

