ພຣະທາດອີງຮັງ ໄດ້ຮັບການບູລະນະສຳເລັດໃນໄລຍະທີ 1

ທ່ານ ນໍລະເດດ ນັນທະວົງສ໌ ຫົວໜ້າຂະແໜງວັດທະນະທຳ ພະແນກ ຖວທ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດ ຕໍ່ວິທະຍຸກະສຽງສະຫວັນນະເຂດ ໃນວັນທີ 18 ມິຖຸນາ 2025 ນີ້ວ່າ: ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ສົມທົບກັບກົມມໍລະດົກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ນຳໃຊ້ໂດຣນບິນສຳຫລວດລາຍລະອຽດຂອງພຣະທາດອີງຮັງ, ຈຶ່ງພົບວ່າອົງພຣະທາດ ມີການແຕກແຫງ ແລະ ເປັນຮູໃນບາງສ່ວນ. ດັ່ງນັ້ນ, ມາໃນຄັ້ງວັນທີ 11 ຫາ 16 ເດືອນ ມິຖຸນາ 2025 ກໍ່ໄດ້ມີການບູລະນະຄືນຕື່ມອີກໃນບາງສ່ວນ ສ້ອມແຊມຄືນໃໝ່ໃນຈຸດທີ່ແຕກແຫງ ແລະ ເປັນຮູ ພ້ອມທັງມີການອະນາໄມຂີ້ເທົາທີ່ຈັບຕິດອົງພຣະທາດເປັນເວລາຫລາຍປີ ເພື່ອບໍ່ໃຫ້ນ້ຳໄຫລຊຶມເຂົ້າອົງພຣະທາດໃນຊ່ວງລະດູຝົນ.
ສ່ວນໄລຍະທີ 2 ແມ່ນຈະມີການບູລະນະໃນຈຸດທີ່ມີການແຕກແຫງເປັນບໍລິເວນກວ້າງ ດັ່ງນັ້ນ, ເພື່ອເປັນການຮັບຮອງທາງດ້ານມາດຕະຖານ, ການຮັກສາໄວ້ຄວາມດັ້ງເດີມ, ຄວາມເປັນເອກະລັກທາງດ້ານວັດຖຸທີ່ນຳໃຊ້ ຈຶ່ງມອບໃຫ້ທາງກົມມໍລະດົກເກັບຕົວຢ່າງນຳໄປວິໄຈຄືນຢ່າງລະອຽດ ຫຼັງຈາກນັ້ນຈຶ່ງຈະໄດ້ມີການບູລະນະຄືນໃໝ່.
ສໍາລັບງົບປະມານແມ່ນໄດ້ຈາກກອງທຶນຂອງພຣະທາດ, ໄດ້ຈາກການໂມທະນາ ແລະ ການປະກອບສ່ວນຂອງສັງຄົມ. ພ້ອມນີ້ກໍ່ຍັງຈະໄດ້ມີການປະດັບປະດາດ້ວຍໄຟ ເພື່ອໃຫ້ອົງພຣະທາດມີຄວາມສະຫວ່າງສະໄຫວ.

