ຫລາຍກວ່າ 94% ຂອງຈຳນວນຄອບຄົວລາວເຮົາໄດ້ຮັບການສະໜອງໄຟຟ້າແລ້ວ

ກະຊວງພະລັງງານ ແລະ ບໍ່ແຮ່ ເປີດເຜີຍຕະຫລອດໄລຍະ 42 ປີແຫ່ງການສຸມໃສ່ພັດ ທະ ນາພະລັງງານໄຟຟ້າຂອງປະ ເທດເຮົາ ເຊິ່ງມາຮອດປັດຈຸບັນ ສາມາດຕອບສະໜອງໄຟຟ້າ ໃຫ້ຄອບຄົວປະຊາຊົນລາວໄດ້ ແລ້ວຫລາຍກວ່າ 94% ສ່ວນ ເມືອງຕ່າງໆບັນລຸໄດ້ແລ້ວ 100% ເຊິ່ງເປັນຜົນສຳເລັດ ທີ່ໜ້າເພິ່ງພໍໃຈຂອງຂະແໜງ ການດັ່ງກ່າວ, ພ້ອມທັງເປັນທ່າ ແຮງ ຕົ້ນຕໍໃນການກະຕຸກຊຸກຍູ້ ເສດຖະກິດຂອງປະເທດເຕີບ ໃຫຍ່ຂະຫຍາຍຕົວ.
+ ໂຄງການໄຟຟ້າເຊປຽນ-ເຊນ້ຳນ້ອຍ ຄືບໜ້າແລ້ວ 90%
+ ບ້ານນາແກ່ນຄຳພາຍຫລັງຍົກຍ້າຍຈາກໂຄງການໄຟຟ້າຫົງສາ
ຜູ້ລາຍງານຂ່າວໃຫ້ຮູ້ ອີກວ່າ: ມາຮອດປັດຈຸບັນທົ່ວ ປະເທດມີເຂື່ອນໄຟຟ້ານັບແຕ່ 1 ເມກາວັດຂຶ້ນໄປ ຈຳນວນ 46 ແຫ່ງລວມມີກຳລັງຕິດຕັ້ງທັງ ໝົດ 6.757 ເມກາວັດ, ແຕ່ລະປີ ສາມາດຜະລິດ ແລະ ສະໜອງ ກະແສໄຟຟ້າໄດ້ຫລາຍກວ່າ 35.600 ລ້ານກິໂລວັດໂມງ ໃນ ນີ້ມີເຂື່ອນທີ່ໃຊ້ພະລັງນ້ຳ 43 ແຫ່ງ, ພະລັງຄວາມຮ້ອນຈາກ ຖ່ານຫີນ 1 ແຫ່ງ ແລະ ຈາກ ກາກອ້ອຍ 2 ແຫ່ງ ແລະ ປັດ ຈຸບັນລັດຖະບານລາວໄດ້ມີສັນ ຍາພັດທະນາເຂື່ອນໄຟຟ້າທັງ ໝົດ 433 ໂຄງການ, ໃນນັ້ນ ຢູ່ໃນໄລຍະກໍ່ສ້າງແລ້ວ 52 ໂຄງການ, ມີກຳລັງຕິດຕັ້ງປະ ມານ 6.590 ກວ່າເມກາວັດ ແລະ 76 ໂຄງການຢູ່ໃນສັນຍາ (PDA) ມີກຳລັງຕິດຕັ້ງເກືອບ 6.000 ເມກາວັດ, ສ່ວນໂຄງ ການທີ່ເຊັນ MOU ແລ້ວມີ 258 ໂຄງການລວມມີກຳ ລັງຕິດຕັ້ງປະມານ 11.600 ເມກາວັດ.
ປັດຈຸບັນທົ່ວປະເທດ ມີສະຖານີໄຟຟ້າທັງໝົດ 62 ແຫ່ງ ແລະ ພວມຢູ່ໃນການ ຕົກລົງ MOU ແລ້ວມີ 5 ໂຄງ ການຄືສະຖານີໄຟຟ້າ115 ກິໂລໂວນ (kv) ຊານໄຊ ເຂື່ອນເຊຂະໝານຊານໄຊ, ສະຖານີ 115 kv ຊຳເໜືອ ຊຽງຄໍ້ ແຂວງຫົວພັນ, ສະຖາ ນີ 230 kv ນາທອນວັງ ຊ້າງ, ໂຄງການສາຍສົ່ງ 230 kv ຈາກລະບົບໄຟຟ້າລາວຊາຍ ແດນມຽນມາ, ສະ ຖານີ 230 kv ເມືອງລອງ- ເມືອງຕົ້ນເຜິ້ງ ແລະ ອື່ນໆອີກ.

