ປະກາດຍົກຍ້າຍ ແຕ່ງຕັ້ງຮັກສາການ ຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນ

ດ່ານສາກົນແດນສະຫວັນ ແຂວງສະຫວັນນະເຂດ ໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ ໃນວັນທີ 10 ມີຖຸນາ 2025 ໂດຍການເປັນປະທານກອງປະຊຸມຂອງ ທ່ານ ໂພໄຊ ໄຂຄຳພິທູນ ຮອງເຈົ້າແຂວສະຫວັນນະເຂດ ຜູ້ຊີ້ນຳວຽກງານການປົກຄອງ ແລະ ການຕ່າງປະເທດ.
ໃນພິທີ, ທ່ານ ແກ້ວວິໄລ ໄຊຍະວົງສາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຖອນນາຍຕຳຫລວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຕົກລົງຖອນ ພັທ ໄຊພອນ ພວງດວງບຸດດີ ຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນ ກັບຄືນປະຈຳ ການຢູ່ ກອງບັນຊາການ ປກສ ແຂວງ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆສະຫວັນນະເຂດ ວ່າດ້ວຍການແຕ່ງຕັ້ງ ທ່ານ ພອນວິໄລ ແກ້ວບຸນສານ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນ.

