ທ່ານ ເນທັນຢາຮູ ປະຕິບັດການອິດສະລາແອນອາດປູທາງສູ່ “ການປ່ຽນລະບອບ” ໃນອີຣານ

ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ໃຫ້ສໍາພາດຕໍ່ສະຖານີໂທລະພາບ Fox News ໂດຍກ່າວວ່າ: ປະຕິບັດການທາງທະຫານຂອງອິດສະລາແອນຕໍ່ອີຣານ “ມີໂອກາດ” ຈະນໍາໄປສູ່ການປ່ຽນແປງລະບອບການປົກຄອງ ເນື່ອງຈາກທ່ານເຊື່ອວ່າ: “ລັດຖະບານໃນອີຣານອ່ອນແອ” ແລະ ອ້າງວ່າ: “80% ຂອງປະຊາຊົນຈະໂຄ່ນລົ້ມກຸ່ມສາສະໜາເຫລົ່ານີ້ຖ້າມີໂອກາດ”.
ຄໍາກ່າວຂອງທ່ານ ເນທັນຢາຮູ ເກີດຂຶ້ນທ່າມກາງສຽງຮຽກຮ້ອງຈາກບາງຝ່າຍໃນລັດຖະສະພາອາເມລິກາ ແລະ ນັກເຄື່ອນໄຫວຊາວອີຣານໃນຕ່າງປະເທດ ທີ່ເຊື່ອວ່າໄລຍະເວລານີ້ເໝາະສົມຈະຊຸກຍູ້ໃຫ້ເກີດການລົ້ມລ້າງລະບອບນັກບວດໃນອີຣານ ເຊິ່ງມີທ່ານ ຢາຕໍເລາະ ອາລີ ຄາເມເນອີ ເປັນຜູ້ນໍາສູງສຸດ.
ເຖິງຢ່າງໃດກໍຕາມ, ຜູ້ຊ່ຽວຊານດ້ານອີຣານຫລາຍຄົນເຕືອນວ່າ: ທ່ານ ເນທັນຢາຮູ ອາດກໍາລັງປະເມີນອາລົມຂອງປະຊາຊົນອີຣານຜິດໄປ ເພາະຄວາມຈິງແລ້ວ ການໂຈມຕີຂອງອິດສະລາແອນຍິ່ງກະຕຸ້ນໃຫ້ເກີດຄວາມຄຽດແຄ້ນຕໍ່ອິດສະລາແອນ ແລະ ເຮັດໃຫ້ປະຊາຊົນໃນອີຣານຫັນມາລວມຕົວກັນຕໍ່ຕ້ານໄພພາຍນອກ ແທນທີ່ຈະລຸກຂຶ້ນຕໍ່ຕ້ານລັດຖະບານຂອງຕົນ.
ຫລາຍປີຜ່ານມາ, ອີຣານຜະເຊີນການປະທ້ວງທົ່ວປະເທດຫລາຍຄັ້ງ ໂດຍສະເພາະໃນປີ 2022 ແລະ 2023 ພາຍຫລັງການເສຍຊີວິດຂອງນາງ ມາຊາ ອາມິນີ ຍິງສາວອາຍຸ 22 ປີທີ່ຖືກຕໍາຫລວດສິນລະທໍາຄວບຄຸມຕົວໃນຂໍ້ຫາບໍ່ໃສ່ຮິຢາຢ່າງເໝາະສົມ. ເຖິງຢ່າງໃດກໍຕາມ, ລັດຖະບານອີຣານໄດ້ຕອບໂຕ້ດ້ວຍການປາບປາມຜູ້ປະທ້ວງຢ່າງຮຸນແຮງ ມີທັງການຈັບກຸມ, ດໍາເນີນຄະດີ ແລະ ການປະຫານຊີວິດເພີ່ມຂຶ້ນ ເຊິ່ງສ້າງຄວາມຢ້ານກົວຕໍ່ປະຊາຊົນ.
ເຖິງວ່າຈະມີຄວາມບໍ່ພໍໃຈຢ່າງກວ້າງຂວາງໃນຊາວອີຣານ, ແຕ່ຜູ້ຊ່ຽວຊານ ແລະ ປະຊາຊົນທີ່ກໍາລັງຜະເຊີນການໂຈມຕີພາຍໃນປະເທດ ເນັ້ນວ່າພວກເຂົາບໍ່ໄດ້ເບິ່ງທ່ານ ເນທັນຢາຮູ ຫລື ລັດຖະບານອິດສະລາແອນເປັນທາງອອກຂອງບັນຫາພາຍໃນປະເທດຕົນເອງແຕ່ຢ່າງໃດ.
ອ້າງອີງ:

