ຈົ່ງຊ່ວຍກັນຕ້ານໄພໜາວ

ສະບາຍດີ, ເພື່ອນຜູ້ອ່ານທີ່ ຮັກ, ໃຜໆກໍຈະປະສົບຄືໃນໄລຍະ ນີ້, ຢູ່ທົ່ວທຸກພາກຂອງປະເທດເຮົາ ໃດກໍປະສົບກັບຄວາມໜາວເຢັນ ຮ້າຍແຮງກວ່າຫລາຍປີຜ່ານມາ ຄື: ຢູ່ບັນດາແຂວງພາກເໜືອອຸນ ນະພູມອາກາດໜາວລົງຮອດສູນ ກໍມີ ແລະ ບາງເຂດໃນແຂວງຫົວ ພັນຈົນເປັນນ້ຳກ້າມ, ນອກຈາກ ຈະສົ່ງຜົນກະທົບໜັກຕໍ່ປະຊາຊົນ ຜູ້ທຸກຍາກຂາດເຂີນ, ບໍ່ມີເຄື່ອງນຸ່ງ ຫົ່ມທີ່ພຽງພໍແລ້ວ, ຍັງສົ່ງຜົນກະ ທົບຕໍ່ຜົນລະປູກ ແລະ ສັດລ້ຽງປະ ເພດງົວຄວາຍ ເຊິ່ງອາດຈະມີ ຄວາມສ່ຽງຕິດພະຍາດ ແລະ ລົ້ມ ຕາຍໄດ້ ແລະ ຕໍ່ສະພາບດ່ັງກ່າວ ເບິ່ງຄືວ່າຂະແໜງການກ່ຽວຂ້ອງ ຕ່າງໆ ຂອງເຮົາຍັງບໍ່ທັນໄດ້ມີທິດ ທາງແນວໃດເພື່ອຊ່ວຍເຫລືອ ເຂົາເຈົ້າດັ່ງຂະແໜງສາທາລະ ນະສຸກກໍຄວນມີແຈ້ງການເຕືອນ ໃຫ້ປະຊາຊົນໃນເຂດໜາວຮູ້ຈັກ ຮັກສາສຸຂະພາບຂອງຕົນແນວ ໃດ? ແລະ ຄວນມີສະຕິລະມັດ ລະວັງພະຍາດຫຍັງ? ພ້ອມຖ້າຜູ້ ປ່ວຍຄວນປິ່ນປົວແນວໃດ ແລະ ອື່ນໆ. ສ່ວນກະສິກຳກໍອາດຈະ ມີແຈ້ງການເຕືອນໃຫ້ກະສິກອນ ເອົາໃຈໃສ່ບົວລະບັດຮັກສາຜົນ ລະປູກ ແລະ ສັດລ້ຽງຂອງຕົນ ແນວໃດເພື່ອບໍ່ໃຫ້ເກີດຄວາມເສຍ ຫາຍ ແລະ ເບື້ອງສະຫວັດດີ ການ-ສັງຄົມກໍຈະຕ້ອງໄດ້ເອົາໃຈ ໃສ່ປຸກລະດົມການຊ່ວຍເຫລືອ ຂອງສັງຄົມ, ໂດຍສະເພາະເຄື່ອງ ນຸ່ງຫົ່ມ, ອາຫານການກິນທີ່ປອດ ໄພເພື່ອຊ່ວຍເຫລືອຜູ້ປະສົບໄພ ໜາວໃຫ້ເຂົາເຈົ້າມີເງື່ອນໄຂດຳ ລົງຊີວິດ ແລະ ຕ້ານໄພແນວໃຫ້ ມີປະສິດທິຜົນ.
ເອົາລະບາງທີ່ເວົ້າມາກໍ ເຫລືອ, ເຊິ່ງສິ່ງດັ່ງກ່າວຂະແໜງ ກ່ຽວຂ້ອງເພິ່ນກໍຈະຄຳນຶງແລ້ວ.
+ ໄຊຍະບູລີສະຫລຸບວຽກງານປ້ອງກັນໄພພິບັດ
+ ຫຼາຍທ້ອງຖິ່ນພົບໄພໜາວ ແຕ່ບໍ່ທັນໄດ້ຮັບລາຍງານຜົນເສຍຫາຍໃດໆ

