7 ບັນຫາທີ່ ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ຫລາຍບັນຫາ ພັດທະນາພະລັງງານໄຟຟ້າ

ວັນທີ 16 ມິຖຸນາ 2025 ນີ້ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຖະແຫລງຜົນການພິຈາລະນາ ການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກຳ, ກົນໄກການພັດທະນາພະລັງງານໄຟຟ້າ ໂດຍສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດບາງບັນຫາເພີ່ມເຕີມເປັນຕົ້ນ ວ່າ:
- ການພັດທະນາພະລັງງານໄຟຟ້າ ຕ້ອງປະຕິບັດຈິດໃຈການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສຸມໃສ່ຮັບປະກັນການສະໜອງໄຟຟ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ, ຫລຸດຜ່ອນການນຳເຂົ້າໄຟຟ້າ ໂດຍການປັບປຸງລະບົບພະລັງງານໄຟຟ້າໃຫ້ມີຄວາມໝັ້ນຄົງ, ພິຈາລະນາການຜະລິດພະລັງງານໄຟຟ້າປະເພດອື່ນເຊັ່ນ: ພະລັງງານຄວາມຮ້ອນ, ພະລັງງານໄຟຟ້າ ແສງຕາເວັນ ແລະ ການຜະລິດໄຟຟ້າ ພະລັງງານລົມ ແລະ ພະລັງານປະເພດອື່ນ, ຮັບປະກັນໃຫ້ຜູ້ຊົມໃຊ້ສາມາດນຳໃຊ້ໄຟຟ້າ ທີ່ລາຄາເໝາະສົມ ແລະ ເປັນທຳ;
- ລົງທຶນເຂົ້າໃນການສ້າງ ສາຍສົ່ງໄຟຟ້າແຮງສູງ ແຕ່ເໜືອຮອດໃຕ້ ໃຫ້ສາມາດຮອງຮັບເອົາກະແສໄຟຈາກເຂື່ອນຕ່າງໆ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ ແລະ ໃຫ້ພິຈາລະນາລວມເອົາສາຍສົ່ງໄຟຟ້າໄປຕ່າງປະເທດເຂົ້າໃນລະບົບດັ່ງກ່າວ, ບໍ່ຄວນອະນຸຍາດໃຫ້ບັນດາໂຄງການລົງທຶນກໍ່ສ້າງສາຍສົ່ງໄຟຟ້າເປັນຂອງຕົນເອງ, ພ້ອມທັງຄົ້ນຄວ້າສ້າງນິຕິກຳຄຸ້ມຄອງວຽກງານດັ່ງ ກ່າວໃຫ້ສຳເລັດ;
- ປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໂດຍສະເພາະກົດໝາຍວ່າດ້ວຍ ໄຟຟ້າໃຫ້ຊັດເຈນ, ຮັດກຸມ ພ້ອມກັບການປະເມີນຄືນ, ສ້າງ ແລະ ປັບປຸງກົດໝາຍດັ່ງກ່າວໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະໂດຍກຳນົດບັນຈຸເອົາພະລັງງານຄວາມຮ້ອນ, ພະລັງງານທົດແທນເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນເຂົ້າໃນກົດໝາຍດັ່ງກ່າວ;
- ຄຸ້ມຄອງຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດສັນຍາສຳປະທານ ແລະ ເອກະສານຊ້ອນທ້າຍ ໂຄງການທີ່ພົວພັນກັບການປະຕິບັດພັນທະດ້ານການເງິນ, ການຊົດເຊີຍຄ່າເສຍຫາຍ, ການປູກປ່າທົດແທນ, ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນກ່ວາເກົ່າ;
- ແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງ ຕາມທິດສາມສ້າງ ຄື: ກະຊວງ, ອົງການຂັ້ນສູນກາງ ດຳເນີນໜ້າທີ່ມະຫາພາກ ມອບຄວາມຮັບຜິດຊອບໃນການຈັດ ຕັ້ງປະຕິບັດ, ຕິດຕາມກວດກາ ໃຫ້ອົງການປົກຄອງທ້ອງຖິ່ນປັບປຸງກົນໄກ ແລະ ສ້າງເງື່ອນໄຂໃຫ້ຂະແໜງການອື່ນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ກໍຄື ປະຊາຊົນໄດ້ເຂົ້າຮ່ວມ ແລະ ມີສ່ວນຮ່ວມແຕ່ຫົວທີ ໃນການສຶກສາຄົ້ນ ຄວ້າຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ, ການເກັບກຳຂໍ້ມູນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງການເຂົ້າຮ່ວມການເຈລະຈາຮ່າງສັນຍາສຳປະທານໂຄງການ.
- ໃຫ້ພິຈາລະນາຄົ້ນຄ້ວາປັບປຸງໂຄງສ້າງລາຄາໄຟຟ້າ ເພື່ອໃຫ້ສອດຄ່ອງກັບສະພາບການດຳລົງຊີວິດຂອງປະຊາຊົນ ກໍຄື ການດຳເນີນທຸລະກິດຂອງບັນດາວິສາຫະກິດ ຄຽງຄູ່ກັບການປັບປຸງລາຄາໄຟຟ້າ ກໍຕ້ອງປັບປຸງການຄຸ້ມຄອງລັດ ວິສາຫະກິດໄຟຟ້າລາວ ໃຫ້ເຂັ້ມງວດ, ໂປ່ງໃສ, ເປັນມືອາຊີບ;
- ມີແຜນການພັດທະນາຊັບພະຍາ ກອນມະນຸດ ໃນຂະແໜງການໄຟຟ້າ ໃຫ້ມີສິນທຳປະຕິວັດ, ມີຈັນຍາບັນ, ເປັນມືອາຊີບ ເພື່ອກຽມພ້ອມຮອງຮັບໃນການຄຸ້ມຄອງ ແລະ ບໍລິຫານຈັດການບັນຫາໂຄງການພັດທະນາພະລັງງານໄຟຟ້າ ທີ່ຈະໄດ້ຮັບຫລັງຈາກສິ້ນສຸດສັນຍາສຳປະທານ.

