ແຂວງຄໍາມ່ວນປຶກສາຫາລືການແກ້ໄຂບັນຫາໜີ້ສິນຄ່າກະແສໄຟຟ້າ ຢູ່ພາຍໃນແຂວງ

ທ່ານ ບາຄໍາ ໄຊຍະຈັກ ວ່າການຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ລາຍງານຕໍ່ກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂບັນຫາໜີ້ສິນຄ່າກະແສໄຟຟ້າ ຢູ່ແຂວງຄໍາມ່ວນ ໃນວັນທີ 13 ມິຖຸນາ 2025ນີ້ວ່າ: ປະຈຸບັນໜີ້ສິນຄ່າກະແສໄຟຟ້າ ຢູ່ແຂວງຄໍາມ່ວນ ມີທັງໝົດ 50 ຕື້ກວ່າກີບ ໃນນັ້ນປະກອບມີ :

  • ໜີ້ຄ່າກະແສໄຟຟ້າປະເພດທີ່ຢູ່ອາໄສ, ປະເພດທຸລະກິດຄ້າຂາຍທົ່ວໄປ
  • ໜີ້ສິນປະເພດລັດບໍລິຫານ
  • ໜີ້ສິນກະແສໄຟຟ້າປະເພດກະສິກຳ
  • ບັນຫາໜີ້ສິນຄ່າກະແສໄຟຟ້າຄຸມເຄືອການຊໍາລະບໍ່ປົກກະຕິ.

ພ້ອມທັງ, ຍົກໃຫ້ເຫັນບາງບັນຫາອັດຕາການເພີ່ມຂື້ນຂອງໜີ້ສິນ ແລະ ຂໍ້ສະເໜີໃນການແກ້ໄຂຕໍ່ໜ້າ ເພື່ອໃຫ້ກອງປະຊຸມ ໄດ້ຄົ້ນຄວ້າ ປຶກສາຫາລືແລກປ່ຽນ ຄໍາຄິດຄໍາເຫັນ ແລະ ຫາທາງອອກຮ່ວມກັນ ກ່ຽວກັບການຊໍາລະບັນຫາໜີ້ສິນດັ່ງກ່າວ.

ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄໍາເຫັນຊີ້ນໍາ ໂດຍເນັ້ນໜັກໃຫ້ທຸກພາກສ່ວນເອົາໃຈໃສ່ໃນການຄຸ້ມຄອງການຊົມໃຊ້ ດ້ວຍຄວາມເປັນເຈົ້າການ ໂດຍສະເພາະບັນດາສໍານັກງານລັດບໍລິຫານ ໃນແຕ່ລະຂັ້ນ, ລວມເຖິງວິທີການໃນການຈັດຕັ້ງປະຕິບັດເກັບກູ້ໜີ້ສິນໃນຕໍ່ໜ້າ, ພ້ອມນັ້ນ ໄດ້ມອບໃຫ້ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ປະສານສົມທົບກັບຂະແໜງການສາຍຕັ້ງຂອງຕົນໃນການດໍາເນີນແກ້ໄຂ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງຮ່ວມມືກັນ ເພື່ອໃຫ້ເຮັດໃຫ້ການແກ້ໄຂບັນຫາໜີ້ສິນ ຄ່າກະແສໄຟຟ້າ ມີທ່າອ່ຽງຫຼຸດລົງໃນແຕ່ລະປີ.

ທີ່ມາ: Khammouane News