ກຽມພ້ອມຮອບດ້ານ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ເຮັດໃຫ້ດີ ມີຄວາມປອດໄພສູງ

ໂດຍ: ຜາຕຸງ
ເລີ່ມເຂົ້າສູ່ລະດູຝົນ ປີ 2025 ນີ້ ມາບໍ່ພໍເທົ່າໃດ ພາຍຸກໍເລີ່ມເຂົ້າມາຖາມຂ່າວເຖິງຄວາມກຽມພ້ອມໃນການຮັບມືກັບໄພທຳມະຊາດຂອງຄະນະກຳມະການຕ້ານໄພພິບັດແຕ່ລະທ້ອງຖິ່ນແລ້ວ ເລີ່ມຈາກພາຍຸຫົວທຳອິດທີ່ມີຊື່ວ່າ ວູທິບ ເຂົ້າມາຫຼອນໂຈມຕີບັນດາແຂວງພາກກາງແລະພາກໃຕ້ຂອງລາວ ໃນວັນທີ 12 ມິຖຸນາ ເຮັດໃຫ້ມີຝົນຕົກໜັກແກ່ຍາວຫຼາຍວັນຕິດຕໍ່ກັນ, ມວນນ້ຳຕາມ ລຳນ້ຳເຊໂດນ, ເຊກອນ, ເຊເສັດ, ເຊບັງຫຽງ, ເຊກອງ ແລະອື່ນໆ ເພີ່ມຂຶ້ນຢ່າງໄວວາຈົນເກີດມີນ້ຳຖ້ວມໜັກໃນຫຼາຍເຂດແຂວງ ນັບແຕ່ແຂວງສະຫວັນນະເຂດ, ສາລະວັນ, ຈຳປາສັກ, ລົງໄປຮອດແຂວງເຊກອງ ແລະ ແຂວງອັດຕະປືໃຕ້ຕ່ຳພຸ້ນລະ ເຊິ່ງມັນສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງລັດ, ລວມໝູ່ ແລະ ປະຊາຊົນ ເປັນຈຳນວນມະຫາສານ, ໃນນັ້ນລວມມີເນື້ອທີ່ທຳການຜະລິດປູກເຂົ້າ, ປູກພືດຜັກ, ໜອງປາ, ງົວ,ຄວາຍປາຍເຂົາລວມທັງສັດລ້ຽງປະເພດຕ່າງໆ ທີ່ເປັນແຫຼ່ງສະບຽງອາຫານຫຼໍ່ລ້ຽງຊີວິດຂອງປະຊາຊົນຕະຫຼອດມາ.
ບັນດາແຂວງເຫຼົ່ານີ້ ລ້ວນແລ້ວແຕ່ໄດ້ຮັບຜົນກະທົບໜັກເປັນບໍລິເວນກວ້າງ ໄຮ່ນາຮົ້ວສວນບ່ອນຜະລິດສະບຽງອາຫານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ພາຍໃນເມືອງ, ແຂວງ ແລະ ສົ່ງອອກໄປຕ່າງແຂວງ ນຳລາຍໄດ້ມາສູ່ເຂົາເຈົ້າຖືກຈົມຫາຍລົງວັງບາດານ ຫຼື ບໍ່ກໍໄຫຼໄປຕາມກະແສນ້ຳບໍ່ສາມາດກູ້ຄືນມາໄດ້ ທຸກສິ່ງທຸກຢ່າງທີ່ສູນເສຍໄປນັ້ນຍັງບໍ່ສາມາດປະເມີນມູນຄ່າໄດ້ ແຕ່ຄິດວ່າຢ່າງໜ້ອຍໆກໍຫຼາຍຮ້ອຍລ້ານກີບ ການໄປມາຂອງຜູ້ຄົນກໍພົບກັບຄວາມຫຍຸ້ງຍາກ ບາງພື້ນທີ່ຖືກຕັດຂາດຈາກການເຂົ້າເຖິງ.
ຕໍ່ຜົນກະທົບຈາກໄພ ພິບັດອຸທົກກະໄພ ພວກເຮົາໄດ້ຖອດຖອນບົດຮຽນໃນການຮັບມືກັບໄພທຳມະຊາດ ໂດຍສະເພາະແມ່ນນ້ຳຖ້ວມຈາກປີຜ່ານໆມາ, ການນໍາຂອງແຕ່ລະທ້ອງຖິ່ນ ນັບແຕ່ຂັ້ນແຂວງລົງຮອດເມືອງຕົ້ນຕໍກໍແມ່ນຄະນະກຳມະການຕ້ານໄພພິບັດແຕ່ລະຂັ້ນໄດ້ກະກຽມເຄື່ອງມື ອຸປະກອນ ກຳລັງຄົນ ແລະ ກຳລັງຊັບໄວ້ກ່ອນແລ້ວ ຈຶ່ງສາມາດອອກປະກາດແຈ້ງເຕືອນໄພລ່ວງໜ້າ ແລະ ເຂົ້າຊ່ວຍເຫຼືອປະຊາຊົນໄດ້ທັນເວລາເຮັດໃຫ້ການສູນເສຍຫຼຸດໜ້ອຍລົງ, ແຕ່ເຖິງປານນັ້ນກໍຕາມ ກໍຍັງມີຂ່າວກ່ຽວກັບການເສຍຊີວິດຂອງເດັກນ້ອຍລູກຫຼານຂອງປະຊາຊົນຈຳນວນໜຶ່ງຢູ່ທາງແຂວງສາລະວັນ, ປະຈຸບັນນີ້ຍັງບໍ່ມີທ່າທີວ່ານ້ຳຈະບົກແຫ້ງລົງມື້ໃດ ຊ້ຳບໍ່ພໍຫຼາຍແຂວງທັງແຂວງສະຫວັນນະເຂດ, ຈຳປາສັກ, ເຊກອງ ແລະ ອັດຕະປື ນ້ຳຕາມສາຍນ້ຳຕ່າງໆກໍເລີ່ມເຂົ້າສູ່ເຂດອັນຕະລາຍແລ້ວ.
ແນວໃດກໍຕາມ ປັດຈຸບັນມີຫຼາຍໜ່ວຍງານໂດຍສະເພາະ ກຳລັງພົນຈາກ ກຳລັງປ້ອງກັນຊາດ, ອົງການຈັດຕັ້ງມະຫາຊົນ, ນັກທຸລະກິດ, ບຸກຄົນ, ນິຕິບຸກ ຄົນ, ເຈົ້າຂອງຫ້າງຮ້ານ ຕະຫຼອດຜູ້ມີຈິດໃຈໃສສັດທາ ຕ່າງກໍເລັ່ງໄປຊ່ວຍ ເຫຼືອຜູ້ທີ່ຖືກເຄາະຮ້າຍຈາກໄພພິບັດຄັ້ງນີ້ໃນເບື້ອງຕົ້ນຢ່າງເລັ່ງດ່ວນເພື່ອເຮັດໃຫ້ຜູ້ປະສົບເຕາະຮ້າຍມີຄວາມປອດໄພຫຼາຍຂຶ້ນ ເຖິງວ່າຈະມີແຕ່ທາງດ້ານກຳລັງແຮງງານກໍຕາມ ເຊື່ອວ່າໃນຕໍ່ໜ້າການຊ່ວຍເຫຼືອດ້ານອື່ນໆ ວັດຖຸສິ່ງຂອງເຂົ້ານໍ້າຊໍ້າປາ, ເຄື່ອງອຸປະໂພກ-ບໍລິໂພກເຂົ້າສານອາຫານແຫ້ງເສື່ອສາດ ອາດສະນະ ຢາປົວພະຍາດຈະຕິດຕາມມາຢ່າງແນ່ນອນ,ເຮົາເປັນຜູ້ປະສົບໄພກໍຈົ່ງຕັ້ງໃຈເປັນເຈົ້າຕົນເອງເທົ່າທີ່ເຮັດໄດ້ອົດທົນຜ່ານຜ່າຄວາມຫຍຸ້ງຍາກນີ້ໄປໃຫ້ໄດ້ ເພື່ອພັດທະນາຄອບຄົວໃຫ້ດີຂຶ້ນກວ່າເກົ່າໃນຕໍ່ໜ້າ.
ນີ້ມັນເປັນພຽງການເລີ່ມຕົ້ນທີ່ປະເຊີນໜ້າກັບໄພທຳມະຊາດ ທາງດ້ານນ້ຳຖ້ວມທີ່ເກີດຂຶ້ນຢູ່ບັນດາແຂວງພາກກາງແລະພາກໃຕ້ເທົ່ານັ້ນ ຊຶ່ງຕາມການຄາດຄະເນການພະຍາກອນອາກາດຈາກທາງກົມອຸຕຸນິຍົມວິທະຍາ ຍັງເຫັນວ່າອາດຈະຍັງມີພາຍຸຫຼາຍຫົວອີກທີ່ຈະພັດເຂົ້າມາ ເພາະລະດູຝົນຍັງອີກຫຼາຍເດືອນຕໍ່ໜ້າ, ດັ່ງນັ້ນກໍມີແຕ່ ຮຽກຮ້ອງເຖິງປະຊາຊົນບັນດາທົ່ວປະເທດຈົ່ງເພີ່ມສະຕິລະມັດລະວັງໃຫ້ຫຼາຍຂຶ້ນກຽມຮັບມືກັບໄພທຳມະຊາດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າໃຫ້ຜ່ານພົ້ນໄປດ້ວຍດີ ເຮັດໃຫ້ມີຜົນເສຍໜ້ອຍທີ່ສຸດ, ນອກນັ້ນ ທຸກໆໜ່ວຍງານທັງພາກລັດແລະເອກະຊົນ ອົງການຈັດຕັ້ງ ທັງພາຍໃນແລະຕ່າງປະເທດ ກຽມພ້ອມຢ່າງຮອບດ້ານ ນັບທັງແຮງງານຄົນ, ອຸປະກອນເຄື່ອງມື ລວມທັງເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພໃຫ້ທັນເວລາຫາກມີໄພທຳມະຊາດເກີດຂຶ້ນ.

