ແຈ້ງເຕືອນ ພາຍຸ WUTIP ສະບັບທີ 2 ຈະເກີດມີຝົນຕົກໜັກ ນໍ້າຖ້ວມຊຸ ແລະ ດິນເຈື່ອນ ຢູ່ແຂວງພາກໃຕ້

ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮອງຝົນ ຍັງສືບຕໍ່ພາດຜານຢູ່ເຂດພາກກາງ ລົງຫາ ພາກໃຕ້ຂອງປະເທດລາວ, ປ່ອງໃສລົມພາຍຸໝຸນເຂດຮ້ອນ ວູທິບ (TS WUTIP) ຫົວທີ 1 ປະຈໍາປີ 2025, ປະຈຸບັນຍັງເຄື່ອນທີ່ໃກ້ແຄມຝັ່ງຂອງ ສ.ສ ຫວຽດນາມ. ຄາດວ່າພາຍຸຫົວນີ້ຈະສືບຕໍ່ເຄື່ອນທີ່ໄປທາງທິດຕາເວັນຕົກສ່ຽງເໜືອ, ສົມທົບກັບລົມມໍລະສຸມ ຕາເວັນຕົກສຽງໃຕ້ຍັງມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍໃນແຕ່ລະ ພາກ ແລະ ຈະມີຝົນຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025 ນີ້:

ພາກກາງ ແລະ ພາກໃຕ້: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ຫາ ຕົກໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ເຊັ່ນ: ແຂວງວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື (ໂດຍສະເພາະ ຢູ່ບາງທ້ອງຖິ່ນ ແຂວງ ຈຳປາສັກ ແລະ ອັດຕະປື ຈະເກີດມີນໍ້າຖ້ວມຊູ ແລະ ດິນເຈືjອນ).

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິ ລະມັດລະວັງ ຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີ ດິນເຈື່ອນ, ນໍ້າຖ້ວມຊູ, ຕົ້ນໄມ້ໃຫຍ່ ປ້າຍໂຄສະນາ ແລະ ເສົາໄຟຟ້າ ຫັກລົ້ມ. ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງເປັນປະຈຳ.