ເຜີຍແຜ່ລະບຽບການຂັບຂີ່ໃຫ້ນັກສຶກສາວິຊາຊີບການຊ່າງແຂວງຫລວງພະບາງ

ຄູອາຈານ ແລະ ນ້ອງນັກສຶກສາໂຮງຮຽນວິຊາຊີບການຊ່າງແຂວງຫລວງພະບາງຫລາຍກວ່າ 500 ຄົນ, ໄດ້ເຂົ້າຮ່ວມຮັບຟັງການເຜີຍແຜ່ລະບຽບຈະລາຈອນ ເພື່ອແນໃສ່ໃຫ້ນັກຮຽນ-ນັກສຶກສາໄດ້ຮັບຮູ້ກ່ຽວກັບການຂັບຂີ່ທີ່ຖືກຕ້ອງ ແລະ ປອດໄພຫລາຍຂຶ້ນ, ໂດຍການເຜີຍແຜ່ຂອງເຈົ້າໜ້າທີ່ຕໍາຫລວດຈະລາຈອນແຂວງດັ່ງກ່າວ, ເຊິ່ງໄດ້ຍົກໃຫ້ເຫັນວ່າຜ່ານມາມີນັກຂັບຂີ່ຈໍານວນໜຶ່ງຍັງຖືເບົາຕໍ່ການເຄົາລົບກົດລະບຽບຈະລາຈອນ ເປັນຕົ້ນ: ຂັບຂີ່ລົດໄວ, ລ່ວງປ້າຍຫ້າມ, ລ່ວງໄຟອໍານາດ, ດື່ມສິ່ງມືນເມົາແລ້ວຂັບຂີ່, ເອກະສານລົດບໍ່ຄົບຖ້ວນ, ດັດແປງສະພາບລົດທີ່ຜິດລະບຽບໃຫ້ເກີດມີສຽງດັງ ແລະ ອື່ນໆ, ອັນເປັນສາເຫດຕົ້ນຕໍພາໃຫ້ເກີດອຸປະຕິເຫດຕາມມາຄືດັ່ງໃນເດືອນພະຈິກຜ່ານມາ, ທົ່ວແຂວງຫລວງພະບາງມີອຸປະຕິເຫດເກີດຂຶ້ນ 26 ຄັ້ງ, ພາຫະນະເປ່ເພ 40 ກວ່າຄັນ, ມີຜູ້ໄດ້ຮັບ ບາດເຈັບ 40 ກວ່າຄົນ ແລະ ເສຍຊີວິດ 5 ຄົນ ແລະ ຜູ້ເກີດອຸປະຕິເຫດສ່ວນຫລາຍກໍແມ່ນຊາວໜຸ່ມ. ສະນັ້ນ, ເພື່ອຫລີກລ່ຽງບໍ່ໃຫ້ເກີດຄວາມສູນເສຍຄືດັ່ງກ່າວ, ຂໍຮຽກຮ້ອງນັກຮຽນ-ນັກສຶກສາກໍຄືນັກຂັບຂີ່ທຸກຄົນໃຫ້ເຄົາລົບກົດຈະລາຈອນຢ່າງເຂັ້ມງວດ, ການຂັບຂີ່ຍວດຍານພາຫະນະກໍໃຫ້ມີຄວາມລະມັດລະວັງຄ່ອຍໄປຄ່ອຍມາ, ເພື່ອເຮັດໃຫ້ການສັນຈອນໄປມາມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຫລາຍຂຶ້ນ.
ຂ່າວ-ພາບ : ຫນັງສືພິມ ປກສ

