ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ແຈງ ສາເຫດການເປ່ເພ ແລະ ຊຸດໂຊມຂອງເສັ້ນທາງ

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາງທິການ ແລະ ຂົນສົ່ງ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນາ 2025 ນີ້ວ່າ: ປັດຈຸບັນສະພາບເສັ້ນທາງ ແລະ ຂົວສ່ວນຫລາຍ ແມ່ນໄດ້ກໍ່ສ້າງ ແລະ ນໍາໃຊ້ມາຫລາຍສິບປີແລ້ວ ຈຶ່ງເຮັດໃຫ້ໂຄງສ້າງຂອງທາງເປ່ເພ, ຊຸດໂຊມຕາມອາຍຸການນໍາໃຊ້, ຂາດງົບປະມານໃນການຟື້ນຟູໃຫຍ່ ຫລື ບຳລຸງຮັກສາຕາມຮອບວຽນຂອງເຕັກນິກ, ງົບປະມານທີ່ນໍາໃຊ້ເຂົ້າໃນການສ້ອມແປງ ໃນແຕ່ລະປີບໍ່ພຽງພໍກັບຄວາມຕ້ອງການຕົວຈິງຂອງໜ້າວຽກ, ຈໍານວນພາຫະນະ ແລະ ການຂົນສົ່ງ ສິນຄ້າໃນແຕ່ລະປີເພີ່ມຂື້ນ, ການຄຸ້ມຄອງນໍ້າໜັກລົດບັນທຸກ ແລະ ພາຫະນະຂົນສົ່ງຂະໜາດໃຫຍ່ ແມ່ນປະຕິບັດບໍ່ໄດ້ດີ ລວມທັງຕາໜ່າງເສັ້ນທາງໃນປັດຈຸບັນສ່ວນຫລາຍ ແມ່ນໄດ້ອອກແບບເພື່ອຮັບນໍ້າໜັກໄດ້ພຽງ 8.2ໂຕນ/ເພົາ ແລະ 9.1 ໂຕນ/ເພົາ ເປັນສ່ວນຫລາຍ ແລະ ມີປະມານ 1,000 ກມ ເທົ່ານັ້ນ ຮັບນໍ້າໜັກໄດ້ 11 ໂຕນ/ເພົາ (ມາດຕະຖານອາຊຽນ). ປັດຈຸບັນທາງຫຼວງແຫ່ງຊາດ ຄວາມຍາວ 7,880 ກມ ໂດຍສະເພາະເສັ້ນທາງທີ່ເປັນທາງຫລວງ ອາຊຽນຄວາມຍາວ 2,855 ກມ ເປັນຕົ້ນ NR13N, NR13S, NR2, NR8 ແລະ ເສັ້ນທາງອື່ນໆ ແມ່ນສືບຕໍ່ຍົກລະດັບໃຫ້ໄດ້ 11 ໂຕນ/ເພົາ.

ສຳລັບທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ ແມ່ນຈະສືບຕໍ່ປະຕິບັດແຈ້ງການຂອງກະຊວງ ຍທຂ ສະບັບເລກທີ 86/ຍທຂ, ລົງວັນທີ 19 ກຸມພາ 2024 ກ່ຽວກັບການສ້ອມແປງເສັ້ນທາງ ແລະ ການແບ່ງຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນ ໂດຍໄດ້ມອບວຽກ ແລະ ງົບປະມານໃຫ້ພະແນກ ຍທຂ ແຂວງ, ນະຄອນຫລວງວຽງຈັນ ເປັນຜູ້ຈັດຕັ້ງປະຕິບັດວຽກສ້ອມແປງທາງຫລວງແຫ່ງຊາດ; ສຸມໃສ່ 4 ແຂວງ ພາກເໜືອ ເຊັ່ນ: ແຂວງວຽງຈັນ, ຫລວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ; ດໍາເນີນການປັບປຸງກົນໄກການຄຸ້ມຄອງ ແລະ ນໍາໃຊ້ເສັ້ນທາງ ດ້ວຍຮູບແບບສັນຍາ ຟື້ນຟູ, ຍົກລະດັບ ແລະ ບູລະນະຮັກສາ ໃນໄລຍະຍາວນານ (10ປີ) ໂດຍພາກລັດເປັນຜູ້ເກັບເງິນຄ່າຜ່ານທາງ, ຕອນທາງໃດທີ່ໄດ້ຮັບການປັບປຸງ ແລະ ຟື້ນຟູຍົກລະດັບແລ້ວ ແມ່ນຈະດໍາເນີນການສຶກສາ ຄວາມເປັນໄປໄດ້ໃນການເກັບເງິນຄ່າບໍລິການຜ່ານທາງ (ລົດບາງປະເພດ) ເພື່ອນໍາເອົາງົບປະມານ ດັ່ງກ່າວ ມາບູລະນະຮັກສາ ແລະ ສ້ອມແປງທາງ.

ປັດຈຸບັນ, ໄດ້ສໍາເລັດການເຊັນ MOU ກັບ ບໍລິສັດທີ່ກ່ຽວຂ້ອງ ໃນການເຮັດທົດລອງຢູ່ທາງເລກ 9 ແລະ ສຶກສາການເກັບເງິນຢູ່ທາງ 13 ໃຕ້; ການເກັບເງິນແມ່ນເກັບນໍາແຕ່ລົດບັນທຸກນໍ້າໜັກເກີນ 12 ໂຕນຂຶ້ນໄປຈະບໍ່ໄດ້ເກັບນໍາລົດຂະໜາດນ້ອຍ, ລົດເມສາທາລະນະ, ລົດ ປກສ, ປກຊ ແລະ ອື່ນໆ; ສຶບຕໍ່ປະສານສົມທົບກັບ ພາກສ່ວນກ່ຽວ ຂ້ອງ ເພື່ອຜັນຂະຫຍາຍຄໍາສັ່ງສະບັບເລກທີ 06/ນຍ, ລົງວັນທີ 7 ມີນາ 2025 ໂດຍໃຫ້ບໍລິສັດຂຸດຄົ້ນ ແລະ ຜູ້ປະກອບການຂົນສົ່ງແຮ່ທາດມີພັນທະດ້ານງົບປະມານເຂົ້າໃນການຍົກລະດັບ, ສ້ອມແປງ ແລະ ບູລະນະຮັກສາເສັ້ນທາງ, ຂົນຂວາຍບໍລິສັດມາເຮັດອຸໂມງພູ 9 ຫລັກ ແລະ ກວດກາມາດຕະຖານເຕັກນິກ ແລະ ຄວາມປອດໄພ ໂດຍສະເພາະຢູ່ທາງເຂດພູດອຍ.