ຖືສຳຄັນແຈ້ງເຕືອນລ່ວງໜ້າຫຼາຍມື້ ໃຫ້ປະຊາຊົນ ກຽມຄວາມພ້ອມຮັບມືໃຫ້ສູງຂຶ້ນ

ໂດຍ: ຜາຕຸງ

ການແຈ້ງເຕືອນໄພພິບັດທາງທຳມະຊາດລ່ວງໜ້າ ກ່ອນເຫດຮ້າຍຈະມາເຖິງເຊິ່ງຖືເປັນວຽກທີ່ສຳຄັນ ເພື່ອໃຫ້ແຕ່ລະພາກສ່ວນ ກໍຄືປະຊາ ຊົນແຕ່ລະບ່ອນຮັບຮູ້ຢ່າງກ້ວາງຂວາງ ແລະ ທົ່ວເຖິງ ເພື່ອກຽມການຮັບມືກັບໄພທຳມະຊາດ ແຕ່ຫົວທີ ຈະຊ່ວຍຫຼຸດ ຜ່ອນຜົນເສຍຫາຍໃຫ້ໜ້ອຍລົງໄດ້ ແລະ ການກຽມຮັບມືກັບໄພທຳມະຊາດທີ່ອາດຈະເກີດຂຶ້ນຈຶ່ງເປັນເລື່ອງທີ່ບໍ່ຄວນຖືເບົາອີກຕໍ່ໄປ ອີງໃສ່ປະສົບການ ແລະ ເຫດການຕົວຈິງທີ່ຜ່ານມານັ້ນ ມັນກາຍເປັນບົດຮຽນໃຫ້ປະເທດເຮົາໃນການຮັບມືກັບໄພທຳມະຊາດ ໂດຍສະເພາະແມ່ນໄພນ້ຳຖ້ວມ.

ແນ່ນອນວ່າແຕ່ນີ້ໄປອີກສາມເດືອນເປັນລະດູຝົນ ແລະ ຝົນອາດຈະຕົກໜັກ, ຕົກຫຼາຍຂຶ້ນ ນ້ຳຕາມສາຍນ້ຳຕ່າງໆກໍຈະເພີ່ມຫຼາຍຂຶ້ນເຊັ່ນດຽວກັນ, ນ້ຳຕາມສາຍນ້ຳຫຼາຍຂຶ້ນກໍເປັນຜົນດີຕໍ່ການຜະລິດກະແສໄຟຟ້າຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ, ແຕ່ຖ້າຫາກຫຼາຍເກີນໄປກໍອາດຈະມີຜົນກະທົບຕໍ່ເຂື່ອນ, ແນ່ນອນຈຶ່ງຈຳເປັນຕ້ອງໄດ້ປ່ອຍມວນນ້ຳອອກຈາກເຂື່ອນເປັນຈຳນວນຫຼາຍ ຊຶ່ງເປັນກົດເກນທີ່ຕ້ອງເຮັດ, ແຕ່ກໍຕ້ອງໄດ້ແຈ້ງເຕືອນໃຫ້ປະຊາຊົນຮັບຮູ້ກ່ອນລ່ວງໜ້າ ໃນເວລາທີ່ຈະປ່ອຍມວນນ້ຳຈຳນວນຫຼາຍ ຢູ່ຕາມເຂື່ອນໄຟຟ້າແຕ່ລະບ່ອນໃນຂອບເຂດທົ່ວປະເທດ. 

ແນວໃດກໍຕາມ ບໍ່ໄດ້ໝາຍຄວາມວ່າ, ຜ່ານມາພາກສ່ວນກ່ຽວຂ້ອງບໍ່ໄດ້ເອົາໃຈໃສ່ ແລະ ຖືສຳຄັນກ່ຽວກັບເລື່ອງນີ້ດອກ, ທຸກພາກກໍລ້ວນແຕ່ຖືສຳຄັນ ແລະ ເອົາໃຈໃສ່ແຈ້ງໃຫ້ປະຊາຊົນຮັບຮູ້ລ່ວງໜ້າກ່ອນຈະມີການປ່ອຍນ໊ຳອອກຈາກເຂື່ອນ ໂດຍລວມເຫັນວ່າເຮັດໄດ້ດີຫຼາຍ ແຕ່ບາງຄັ້ງພັດຍັງຖືເບົາກັບການແຈ້ງເຕືອນ, ແຈ້ງເຕືອນຊັກຊ້າ ແຈ້ງມື້ວານປ່ອຍມື້ນີ້ ຫຼື ແຈ້ງມື້ເຊົ້າປ່ອຍມື້ແລງກໍຫາກມີ ໃຫ້ດີແທ້ຄວນມີການແຈ້ງເຕືອນລ່ວງໜ້າຈັກສາມ ສີ່ມື້ກໍຈະດີ ພໍໃຫ້ປະຊາຊົນໄດ້ມີເວລາຍົກຍ້າຍເຄື່ອງຂອງທີ່ຈຳເປັນໄດ້ທັນ  ເພາະນັ້ນມັນເປັນສາເຫດໜຶ່ງທີ່ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຕັ້ງບ້ານເຮືອນລຽຕາມແຄມນ້ຳ, ກ້ອງເຂື່ອນໄຟຟ້າຕັ້ງຢູ່ນັ້ນເປັນຈຳນວນຫຼາຍ ແລະ ມີຫຼາຍບ້ານກໍໄດ້ຮັບຜົນກະທົບພໍສົມຄວນ ທີ່ຜ່ານມາຖືວ່າເຮັດໄດ້ດີແລ້ວ ທີ່ມີການປ່າວເຕືອນລ່ວງໜ້າໃຫ້ປະຊາຊົນຮັບຮູ້ກ່ອນ ແລະ ມີເວລາກະກຽມລ່ວງໜ້ານັ້ນຖືວ່າເປັນການດີ, ແຕ່ການແຈ້ງເຕືອນລ່ວງໜ້ານັ້ນອາດຈະເຮັດອ່າວຖີ່ຂຶ້ນຕື່ມ ແລະ ທົ່ວເຖິງກວ່າເກົ່າ ໂດຍສະເພາະຂັ້ນບ້ານຄວນເປັນຂົວຕໍ່ທີ່ດີໃນການແຈ້ງຂ່າວປ່າວເຕືອນລູກບ້ານຫຼານເມືອງໃຫ້ທົ່ວເຖິງທຸກບ້ານ ຈຶ່ງຈະບໍ່ເຮັດໃຫ້ມີຜູ້ຕົກຄ້າງຢູ່ຕາມເຮືອນຊານບ້ານຊ່ອງຕ່າງໆຕື່ມອີກ.

ແນວໃດກໍດີ ການແຈ້ງເຕືອນໄພລ່ວງໜ້າ ຫຼື ການຊ່ວຍເຫຼືອ ຜູ້ປະສົບໄພພິບັດທາງທຳມະຊາດ ມັນເປັນໜ້າທີ່ຂອງທົ່ວປວງຊົນ ແຕ່ຕົ້ນຕໍແມ່ນພາກສ່ວນທີ່ຮັບຜິດຊອບຕ້ານໄພພິບັດທຸກຂັ້ນ,ທຸກຄົນ,ທຸກພາກສ່ວນ ໃນແຕ່ລະປີຄວນໄດ້ຖົກຖຽງຖອດຖອນບົດຮຽນໃຫ້ເຂັ້ມງວດ ແລະ ລະອຽດໃນການເຕືອນໄພລ່ວງໜ້າໃຫ້ປະຊາຊົນຮັບຮູ້ຢ່າງກວ້າງຂວາງແລະທົ່ວເຖິງຢ່າງແທ້ຈິງ ເພືອຮັບມືກັບໄພທຳມະຊາດນັ້ນຢ່າງທັນການ ຍັງເປັນສິ່ງທີ່ສຳຄັນ ແລະ ຈຳເປັນທີ່ສຸດ ສ່ວນປະຊາຊົນກໍຄວນໝັ່ນຕິດຕາມຂ່າວສານພະຍາກອນອາກາດຈາກກົມອຸຕຸນິຍົມວິທະຍາເປັນປະຈຳ ແລະ ຕໍ່ເນື່ອງ ເພື່ອຫຼີກເວັ້ນຜົນເສຍຫາຍທີ່ຈະຕາມມາ ເຮັດໃຫ້ຄວາມເສຍຫາຍມີໜ້ອຍທີ່ສຸດ ເພາະເວລານີ້ ສະພາບທຳມະຊາດບໍ່ເໝືອນເດີມແລ້ວ ຍ້ອນ ຄວາມແນ່ນອນ ມັນກາຍ ເປັນສິ່ງທີ່ບໍ່ແນ່ນອນໄປແລ້ວ.