ທຣຳ ຊີ້ ຣັດເຊຍ-ຈີນ ເປັນ ມະຫາອຳນາດຄູ່ແຂ່ງ

ປະທານາທິບໍດີອາເມລິກາເປີດເຜີຍຍຸດທະສາດຄວາມໝັ້ນຄົງແຫ່ງຊາດ ຕາມແນວທາງ “ອາເມລິກາຕ້ອງມາກ່ອນ” ດ້ວຍການລະບຸໃຫ້ ຣັດເຊຍ ແລະ ຈີນ ຖືເປັນ “ມະຫາອຳນາດຄູ່ແຂ່ງ”.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມລິກາ ໃນວັນທີ 18 ທັນວາວ່າ: ປະທານາທິບໍດີ ໂດນັນ ທຣຳ ຂຶ້ນເວທີຢູ່ສູນການຄ້ານາໆຊາດໂຣນັນ ເຣແກນ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 18 ທັນວາ ເພື່ອກ່າວຖະແຫລງກ່ຽວກັບແຜນຍຸດທະສາດດ້ານຄວາມໝັ້ນຄົງແຫ່ງຊາດ “ຄັ້ງທຳອິດຢ່າງເປັນທາງການ” ຕາມແນວທາງ “ອາເມລິກາຕ້ອງມາກ່ອນ” ໂດຍທ່ານ ທຣຳ ກ່າວໂຈມຕີນະໂຍບາຍຕ່າງປະເທດຂອງລັດຖະບານວໍຊິງຕັນຫລາຍຊຸດກ່ອນໜ້າວ່າ: “ລົ້ມເຫລວ” ຈົນສາມາດປ່ອຍໃຫ້ຣັດເຊຍ ແລະ ຈີນສາມາດຂຶ້ນມາເປັນ “ມະຫາອຳນາດຄູ່ແຂ່ງ” ທັງໃນດ້ານການສ້າງອິດທິພົນ, ການສະແຫວງຫາຜົນປະໂຫຍດ ແລະ ຄວາມຮຸ່ງເຮືອງຂອງອາເມລິກາ.
ຜູ້ນຳອາເມລິກາກ່າວຕໍ່ວ່າ: ບໍ່ພຽງແຕ່ຈີນພະຍາຍາມຫາທາງ “ກຳຈັດ” ອາເມລິກາໃຫ້ອອກໄປຈາກອາຊີ, ລັດຖະບານປັກກິ່ງກຳລັງຄຸກຄາມອະທິປະໄຕ ແລະ ບູລະນະພາບແຫ່ງດິນແດນຂອງລັດເອກະລາດຫລາຍແຫ່ງໃນພາກພື້ນ, ສ່ວນຣັດເຊຍມີໂຄງການອາວຸດນິວເຄຼຍທີ່ຖືເປັນ “ໄພຄຸກຄາມຕໍ່ການດຳລົງຊີວິດ” ຮ້າຍແຮງທີ່ສຸດຕໍ່ອາເມລິກາ, ສ່ວນທຳນຽບເກຣມລິນເປັນອົງການຊົງອິດທິພົນທີ່ພະຍາຍາມຟື້ນຟູອຳນາດ ແລະ ສ້າງບັນຍາກາດທາງອິດທິພົນໃຫ້ແຜ່ຂະຫຍາຍປົກຄຸມລະຫວ່າງຊາຍແດນ. ທ່ານ ທຣຳ ກ່າວອີກວ່າ: ລັດຖະບານມົດສະກູມີຈຸດປະສົງທຳລາຍອິດທິພົນຂອງອາເມລິກາ ແລະ ແບ່ງແຍກອາເມລິກາອອກຈາກພັນທະມິດ.

