10 ຄາດໝາຍທີ່ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ໃນ 6 ເດືອນທ້າຍປີ

ວັນທີ 9 ມິຖຸນາ 2025 ນີ້ ທ່ານສົມມາດ ພົລເສນາ ຮອງປະທານຄະນະປະຈຳສະພາແຫ່ງຊາດ ຄະນະປະຈຳສະພາແຫ່ງຊາດ ເຫັນດີຕໍ່ທິດທາງ ແລະ ແຜນວຽກງານຈຸດສຸມ 6 ເດືອນທ້າຍປີ 2025 ຂອງລັດຖະບານ, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດ, ສະເໜີໃຫ້ລັດຖະບານເອົາໃຈໃສ່ບາງມາດຕະການເພີ່ມເຕີມດັ່ງນີ້:

1. ເພີ່ມທະວີຄວາມເອົາໃຈໃສ່ ໃນການຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບ ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ມະຕິກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 9 ສະໄໝທີ XI, ມະຕິຂອງສະພາແຫ່ງຊາດ ແລະ 2 ວາລະແຫ່ງຊາດ ໃນໄລຍະປີມ້ວນທ້າຍ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ໃຫ້ມີຜົນສໍາເລັດ ຕາມຄາດໝາຍ;

2. ສືບຕໍ່ປະຕິບັດຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ 2 ວາລະແຫ່ງຊາດ ທີ່ຍັງມີຄວາມຄືບໜ້າໜ້ອຍໃຫ້ບັນລຸຕາມແຜນການ, ໃນນັ້ນ ສະເໜີໃຫ້ລັດຖະບານ ສຸມໃສ່ແກ້ໄຂບັນຫາທີ່ເຄັ່ງຮ້ອນ ດ້ານເສດຖະກິດ-ສັງຄົມ ໃນປັດຈຸບັນ ເປັນຕົ້ນ:

1) ແກ້ໄຂບັນຫາເງິນເຟີ້ຄຸ້ມຄອງໃຫ້ບັນລຸໄດ້ໜຶ່ງຕົວເລກຕາມມະຕິສະພາແຫ່ງຊາດ, ຄຸ້ມຄອງອັດຕາແລກປ່ຽນ ແລະ ຄຸ້ມຄອງລາຄາສິນຄ້າ ທີ່ຈໍາເປັນ ເປັນຕົ້ນ ອາຫານ, ນໍ້າມັນເຊື້ອໄຟ, ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ບັນດາເຜົ່າ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ໂດຍສືບຕໍ່ຈັດຕັ້ງປະຕິບັດມາດຕະການ ໃຫ້ເປັນລະບົບຄົບຊຸດ ແລະ ເຂັ້ມງວດ ຕິດພັນກັບທຸກຂະແໜງການ;

2) ແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານວັດທະນາທໍາ-ສັງຄົມ ເປັນຕົ້ນ (1) ການສະໜອງຄູສອນ, ການອຸດໜູນຄູ-ແພດ ອາສາສະໝັກ; (2) ການພັດທະນາຍົກລະດັບສີມືແຮງງານ, ການສ້າງວຽກ ເຮັດງານທໍາ; (3) ການປັບປຸງກອງທຶນປະກັນສຸຂະພາບ ແລະ ການຍົກສູງຄຸນນະພາບ ການບໍລິການ ຮັກສາສຸຂະພາບ;

3) ເອົາໃຈໃສ່ແກ້ໄຂ ບັນຫາຢາເສບຕິດ, ການລັກລອບຄ້າຂາຍເຖື່ອນ ແລະ ປະກົດການ ຫຍໍ້ທໍ້ ດ້ານສັງຄົມໃຫ້ຫຼຸດນ້ອຍຖອຍລົງ, ມີຄວາມເຂັ້ມງວດ ແລະ ເດັດຂາດ ໃຫ້ບັນລຸຕາມ ຄາດໝາຍຂອງວາລະແຫ່ງຊາດ.

3. ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ແຂງແຮງ ຂຶ້ນກວ່າເກົ່າ ຕາມລາຍການສິນຄ້າ ທີ່ສາມາດ ຜະລິດພາຍໃນປະເທດ ແລະ ລາຍການສິນຄ້າ ທີ່ໄດ້ເຈລະຈາ ສົ່ງອອກໄປຕ່າງປະເທດ, ປະຕິບັດມາດຕະການ ຈຳກັດສິນຄ້ານໍາເຂົ້າ ທີ່ສາມາດຜະລິດຢູ່ພາຍໃນ ທົດແທນການນໍາເຂົ້າ ແລະ ສົ່ງເສີມການຜະລິດສົ່ງອອກ ໃຫ້ຫຼາຍຂຶ້ນ, ພ້ອມທັງ ສົ່ງເສີມ ແລະ ສ້າງຄ່ານິຍົມ ໃນການຊົມໃຊ້ ຜະລິດຕະພັນ ພາຍໃນ ໃຫ້ເປັນຮູບປະທຳ;

4. ຮີບຮ້ອນຈັດສັນງົບປະມານລົງທຶນລັດ, ບ້ວງກອງທຶນທາງ ປີ 2025 ໃຫ້ສໍາເລັດ ແລະ ສູ້ຊົນສ້ອມແປງ ເສັ້ນທາງທີ່ເປ່ເພ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເພື່ອອໍານວຍຄວາມສະດວກ ການຂົນສົ່ງ ສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ການທ່ອງທ່ຽວ ໂດຍສະເພາະ ໃນລະດູຝົນ; ດຶງດູດການ ລົງທຶນຂອງທຸກພາກສ່ວນເສດຖະກິດໃນຮູບແບບຕ່າງໆ ເພື່ອກໍ່ສ້າງ ແລະ ບູລະນະໂຄງລ່າງພື້ນຖານ ໃຫ້ມີຄວາມສະດວກ, ຄວບຄຸມ ລົດບັນທຸກສິນຄ້ານໍ້າໜັກເກີນ ແລະ ມີມາດຕະການ ຕໍ່ຜູ້ລະເມີດຢ່າງ ເຂັ້ມງວດ, ຮີບຮ້ອນກໍ່ສ້າງຕາຝັ່ງເຈື່ອນ ທີ່ເປັນຈຸດຫຼໍ່ແຫຼມ ຕາມຊາຍແດນ ແລະ ຈຸດທີ່ມີການເຊາະເຈື່ອນ ຢ່າງຮ້າຍແຮງ ໃຫ້ສໍາເລັດ;

5. ເອົາໃຈໃສ່ຄຸ້ມຄອງ, ສ້ອມແປງ ບັນດາໂຄງການຊົນລະປະທານ ເພື່ອຮັບປະກັນການສະໜອງນໍ້າ ໃຫ້ແກ່ການຜະລິດ ຂອງຊາວກະສິກອນ ໃຫ້ໄດ້ຕາມແຜນການ ເພື່ອສົ່ງເສີມການຜະລິດກະສິກຳ ມີຕົ້ນທຶນຕໍ່າ ສາມາດແຂ່ງຂັນກັບຕ່າງປະເທດໄດ້, ພ້ອມທັງ ຄົ້ນຄວ້າສະໜອງສິນເຊື່ອ ແກ່ຊາວກະສິກອນ, ຫົວໜ່ວຍທຸລະກິດ ທີ່ຜະລິດ ຝຸ່ນ, ປຸຍ, ແນວພັນ, ຢາຂ້າສັດຕູພືດ, ອຸປະກອນ ແລະ ເຄື່ອງມືຮັບໃຊ້ການ ຜະລິດກະສິກຳ ຈໍາໜ່າຍພາຍໃນ ຫຼຸດຜ່ອນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ;

6. ນໍາໃຊ້ເຄື່ອງມື ແລະ ລະບົບທັນສະໄໝ ໃນການເກັບລາຍຮັບຢູ່ທຸກຂະແໜງການ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ເປັນລະບົບຄົບຊຸດ, ລວມສູນ ແລະ ສາມາດເຊື່ອມຕໍ່ກັບທຸກຂະແໜງການ, ເອົາໃຈໃສ່ເກັບລາຍຮັບ ຈາກຖານລາຍຮັບທີ່ເປັນທ່າແຮງໃຫ້ຄົບຖ້ວນ ຕາມກົດໝາຍ ແລະ ສັນຍາ ການລົງທຶນ ແລະ ເຊົ່າ-ສໍາປະທານ, ສືບຕໍ່ປະຕິຮູບລັດວິສາຫະກິດໃຫ້ມີປະສິດທິຜົນ, ມີກຳໄລ ສ້າງລາຍຮັບເຂົ້າງົບປະມານ, ສ້າງຖານລາຍຮັບໃໝ່ ຈາກ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ອາກອນທີ່ດິນ, ການທ່ອງທ່ຽວ, ການຄ້າດິຈິຕອນ ແລະ ອື່ນໆ; ສະກັດກັ້ນ ບໍ່ໃຫ້ເກີດໜີ້ສິນເພີ່ມຂຶ້ນ ເພື່ອຮັບປະກັນ ໃຫ້ພື້ນຖານລະບົບ ການເງິນແຫ່ງຊາດ ມີຄວາມໝັ້ນຄົງ, ຮັກສາສະຖຽນລະພາບ ເສດຖະກິດມະຫາພາກ;

7. ສ້າງສະຖຽນລະພາບດ້ານເງິນຕາ, ຍົກສູງການນໍາໃຊ້ເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ຈ່າຍ ເງິນຕາຕ່າງປະເທດ ໃຫ້ເຄັ່ງຄັດ ແລະ ຮັດກຸມເຂົ້າຕື່ມ, ບໍ່ໃຫ້ຜູກຂາດການນໍາໃຊ້ເງິນຕາ ຕ່າງປະເທດ ສະກຸນເງິນໃດໜຶ່ງ, ຄຸ້ມຄອງການນໍາເຂົ້າເງິນຕາຈາກການສົ່ງອອກໃຫ້ຜ່ານລະບົບທະນາຄານ ໃຫ້ໄດ້ 70% ຂຶ້ນໄປ ຕາມມະຕິກອງປະຊຸມສະພາແຫ່ງຊາດ ເພື່ອເພີ່ມຄັງສຳຮອງ ໃຫ້ກຸ້ມການນໍາເຂົ້າ 6-7 ເດືອນ ຂຶ້ນໄປ ແລະ ແກ້ໄຂການຂາດດຸນຊຳລະກັບຕ່າງປະເທດ (BOP) ໃຫ້ຫຼຸດລົງ;

8. ຄຸ້ມຄອງການນໍາໃຊ້ຊັບພະຍາກອນທຳມະຊາດໃຫ້ສອດຄ່ອງຕາມກົດໝາຍ ຢ່າງເຂັ້ມງວດ, ສ້າງ ສ້າງນິຄົມອຸດສະຫະກຳຕົວແບບ, ເຂດອຸດສະຫະກຳປຸງແຕ່ງແຮ່ທາດ ເປັນຜະລິດຕະພັນສໍາເລັດຮູບ ກ່ອນສົ່ງອອກ, ຄັດເລືອກ ນັກລົງທຶນທີ່ດີ, ມີຄຸນນະພາບ ແບບມືອາຊີບເຂົ້າມາພັດທະນາ; ຊຸກຍູ້ໂຄງການ ພັດທະນາພະລັງງານ ແສງຕາເວັນ, ພະລັງງານລົມ ເສີມໃສ່ ບັນດາ ສະຖານີ ຈຸດທີ່ຂາດແຄນໄຟຟ້າ ໃຫ້ສໍາເລັດຕາມແຜນໂດຍໄວ ເພື່ອສະໜອງໄຟຟ້າໃຫ້ພຽງພໍ ແລະ ເອົາໃຈໃສ່ຄຸ້ມຄອງລາຄາໄຟຟ້າ ໃຫ້ເໝາະສົມກັບສະພາບຕົວຈິງ ແລະ ບໍ່ກະທົບກະເທືອນຕໍ່ຊີວິດຂອງປະຊາຊົນ ແລະ ການຜະລິດ ກະສິກຳ;

9. ເອົາໃຈໃສ່ປະຕິບັດຄາດໝາຍດ້ານຊັບພະຍາກອນທຳມະຊາດ ແລະ ແກ້ໄຂບັນຫາສິ່ງແວດລ້ອມໃຫ້ໄດ້ ຕາມຄາດໝາຍ, ໂດຍສະເພາະ ການອອກໃບຕາດິນໃຫ້ໄດ້ຕາມມະຕິສະພາແຫ່ງຊາດໄດ້ຮັບຮອງ ເພື່ອເປັນຖານລາຍຮັບ ທີ່ໝັ້ນຄົງ ຂອງງົບປະມານແຫ່ງລັດ;

10. ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ເອົາໃຈໃສ່ປະຕິບັດ ກົດໝາຍ ຢ່າງຄວາມເຂັ້ມງວດ ແລະ ເດັດຂາດ, ຫຼຸດຜ່ອນການຍົກເວັ້ນ ການ ປະຕິບັດພັນທະພາສີ ອາກອນຫຼາຍເກີນໄປ ແລະ ການແກ້ໄຂຜົນການກວດສອບ-ກວດກາ ໃຫ້ໄດ້ຢ່າງຂາດຕົວ.

ທັງໝົດທີ່ກ່າວມານັ້ນ ແມ່ນບາງທັດສະນະ ແລະ ຄຳເຫັນ ຂອງ ຄະນະປະຈຳສະພາແຫ່ງຊາດ ຕໍ່ການຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບການປະຕິບັດ ສອງ ວາລະແຫ່ງຊາດ ໄລຍະ 4 ເດືອນ ແລະ ຄາດຄະເນ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງເສດຖະກິດ, ເພື່ອເປັນພື້ນຖານ ໃຫ້ແກ່ ສະມາຊິກສະພາແຫ່ງຊາດ ໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃຫ້ລັດຖະບານ ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 9 ສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ໃຫ້ມີເນື້ອໃນ ຄົບຖ້ວນສົມບູນ.