ກວາດິໂອລາ ກຽມກາຍເປັນຜູ້ຈັດການທີມ ທີ່ໄດ້ຮັບຄ່າຈ້າງສູງທີ່ສຸດໃນໂລກ

ເດລີ ເມລ ສື່ທີ່ມີຊື່ສຽງຂອງປະເທດອັງກິດ ລາຍງານຂ່າວວ່າ: ແມນເຊັສເຕີ ຊິຕີ້ ກຽມຍື່ນສັນຍາສະບັບໃໝ່ໃຫ້ ເປ໊ບ ກວາດິໂອລາ ຜູ້ຈັດການທີມໃນປີໜ້າ ເຊິ່ງຄາດວ່າຈະມີມູນຄ່າສູງປະມານ 80 ລ້ານປອນ ໂດຍຈະກາຍເປັນຜູ້ຈັດການທີມທີ່ໄດ້ຮັບຄ່າຈ້າງສູງທີ່ສຸດໃນໂລກທັນທີ.
ກວາດິໂອລາ ເຂົ້າມາຮັບໜ້າທີ່ຜູ້ຈັດການທີມຄົນໃໝ່ຂອງ ແມນເຊັສເຕີ ຊິຕີ້ ໃນປີ 2016 ໃນສັນຍາໄລຍະຍາວ 3 ປີ ເຊິ່ງໃນລະດູການທຳອິດຖືວ່າຜິດຫວັງ ເນື່ອງຈາກພາທີມບໍ່ສາມາດຄວ້າແຊ້ມໃດໆໄດ້ເລີຍ.
ເຖິງຢ່າງໃດກໍຕາມ, ໃນລະດູການນີ້ ກວາດິໂອລາ ພາທີມສ້າງຜົນງານໄດ້ຢ່າງໂດດເດັ່ນ ຢຶດທີມນຳຕາຕະລາງຄະແນນລວມ ພຣີເມຍລີກ ອັງກິດ ຢ່າງໜຽວແໜ້ນ ໜີຫ່າງອັນດັບ 2 ຢ່າງ ແມນເຊັສເຕີ ຢູໄນເຕັດ ເຖິງ 11 ຄະແນນ ແລະ ຍັງພາ ແມນເຊັສເຕີ ຊິຕີ້ ເຂົ້າຮອບ 16 ທີມສຸດທ້າຍໃນ ຢູຟາ ແຊ້ມປ້ຽນລີກ ໄດ້ແບບບໍ່ຍາກປານໃດ.
ຜົນງານດັ່ງກ່າວເຮັດໃຫ້ ຫົວໜ້າບໍລິຫານຂອງ ແມນເຊັສເຕີ ຊິຕີ້ ກຽມຍື່ນສັນຍາສະບັບໃໝ່ໃຫ້ກັບຜູ້ຈັດການທີມຊາວສະເປນຄົນນີ້ໄປເປັນ 4 ປີ ພ້ອມເພີ່ມຄ້າຈ້າງຈາກ 15 ລ້ານປອນ ເປັນ 20 ລ້ານປອນຕໍ່ໄປ ຫລື ປະມານ 400.000 ປອນຕໍ່ອາທິດ ລວມມູນຄ່າສັນຍາແລ້ວເປັນເງິນຫລາຍກວ່າ 80 ລ້ານປອນ ເຊິ່ງຈະເຮັດໃຫ້ ກວາດິໂອລາ ກາຍເປັນຜູ້ຈັດການທີມທີ່ໄດ້ຮັບຄ່າຈ້າງຫລາຍທີ່ສຸດໃນວົງການບານເຕະ.

