ອິນເດຍ-ອາເມລິກາ ຂະຫຍາຍເວລາເຈລະຈາການຄ້າ ຫວັງບັນລຸຂໍ້ຕົກລົງພາຍໃນວັນທີ 9 ກໍລະກົດ

          ການເຈລະຈາການຄ້າລະຫວ່າງ ອິນເດຍ ແລະ ອາເມລິກາ ໄດ້ຂະຫຍາຍເວລາອອກໄປຮອດອາທິດໜ້າ ເນື່ອງຈາກທັງສອງຝ່າຍຍັງຕ້ອງຫາຂໍ້ສະຫລຸບຮ່ວມກັນໃນບັນຫາການຫລຸດພາສີສິນຄ້າກະສິກໍາ ແລະ ຍານພາຫະນະ ໂດຍຕັ້ງເປົ້າຈະບັນລຸຂໍ້ຕົກລົງຊົ່ວຄາວໃຫ້ທັນກ່ອນຮອດເສັ້ນຕາຍວັນທີ 9 ກໍລະກົດນີ້.

         ຂໍ້ມູນຈາກລັດຖະບານອາເມລິກາ ລະບຸວ່າ: ມູນຄ່າສົ່ງອອກຈາກອິນເດຍໄປອາເມລິກາໃນໄລຍະເດືອນມັງກອນຫາເມສາເພີ່ມຂຶ້ນເກືອບ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ ຢູ່ລະດັບ 3.77 ໝື່ນລ້ານໂດລາ. ຂະນະທີ່ການນໍາເຂົ້າຈາກອາເມລິກາ ຢູ່ລະດັບ 1.44 ໝື່ນລ້ານໂດລາ ເຮັດໃຫ້ອິນເດຍເກີນດຸນການຄ້າຈໍານວນຫລາຍ.

         ການເຈລະຈາຄັ້ງນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມທີ່ຈະເຮັດຂໍ້ຕົກລົງການຄ້າເບື້ອງຕົ້ນ ເຊິ່ງອາດນໍາໄປສູ່ການທີ່ລັດຖະບານຂອງປະທານາທິບໍດີ ໂດນັລ ທຣໍາ ຍົກເລີກພາສີຕອບໂຕ້ 26% ສໍາລັບສິນຄ້ານໍາເຂົ້າຈາກອິນເດຍ ໂດຍການເກັບພາສີດັ່ງກ່າວຖືກໂຈະຊົ່ວຄາວເປັນເວລາ 90 ວັນ ເຊັ່ນດຽວກັບກໍລະນີຂອງຄູ່ຄ້າອື່ນຂອງອາເມລິກາ.

         ແຫລ່ງຂ່າວໃນລັດຖະບານອິນເດຍເປີດເຜີຍວ່າ: ເຈົ້າໜ້າທີ່ຈາກທັງສອງຝ່າຍຍັງຫາລືກັນຢ່າງເຂັ້ມຂຸ້ນໃນບັນຫາການຂະຫຍາຍຕະຫລາດ, ຫລຸດອຸປະສັກທາງການຄ້າ ທັງພາສີ ແລະ ບໍ່ແມ່ນພາສີ ລວມທັງສົ່ງເສີມຄວາມຫົດຢືດຂອງຕ່ອງໂສ້ອຸປະທານ ແລະ ການເຊື່ອມໂຍງທາງເສດຖະກິດລະຫວ່າງກັນ.

         ຄະນະຜູ້ແທນຈາກອາເມລິກາ ທີ່ນໍາໂດຍເຈົ້າໜ້າທີ່ລະດັບສູງຈາກສໍານັກງານຜູ້ແທນການຄ້າອາເມລິກາ (USTR) ໄດ້ເຂົ້າພົບຄະນະເຈລະຈາຂອງອິນເດຍຢູ່ນະຄອນຫລວງນິວເດລີ ໂດຍມີທ່ານ ຣາເຈ ອັກຣາວັລ ເປັນຫົວໜ້າຄະນະຝ່າຍອິນເດຍ ເຊິ່ງທັງສອງຝ່າຍວາງແຜນຈະສະຫລຸບການຫາລືພາຍໃນວັນທີ 6 ມິຖຸນານີ້, ແຕ່ເນື່ອງຈາກຍັງມີບັນຫາທີ່ຕົກລົງກັນບໍ່ໄດ້ ຈຶ່ງມີມະຕິໃຫ້ຂະຫຍາຍເວລາເຈລະຈາອອກໄປຮອດວັນທີ 9 ແລະ 10 ມິຖຸນາ.

        ໃນໄລຍະສອງອາທິດຜ່ານມາ, ຜູ້ສົ່ງອອກຊາວອິນເດຍຫລາຍຄົນຕັດສິນໃຈຢຸດການສົ່ງສິນຄ້າປາຍທາງອາເມລິກາຊົ່ວຄາວ ເນື່ອງຈາກກັງວົນວ່າສິນຄ້າອາດເດີນທາງໄປບໍ່ທັນກໍານົດວັນທີ 9 ກໍລະກົດ ເຊິ່ງອາດເຮັດໃຫ້ຕ້ອງຜະເຊີນພາສີຕອບໂຕ້ທີ່ຖືກນໍາກັບມາໃຊ້ອີກ.

         ອິນເດຍຍັງຢືນຢັນບໍ່ເປີດຕະຫລາດກະສິກໍາ ແລະ ຜະລິດຕະພັນນົມຕາມທີ່ອາເມລິກາຮຽກຮ້ອງ ໂດຍໃຫ້ເຫດຜົນວ່າ: ຊາວກະສິກອນລາຍຍ່ອຍຈໍານວນຫລາຍໃນປະເທດຈະໄດ້ຮັບຜົນກະທົບຈາກການແຂ່ງຂັນກັບສິນຄ້າທີ່ໄດ້ຮັບການອຸດໜູນຈາກລັດຖະບານອາເມລິກາ.

        ນອກຈາກນີ້, ອິນເດຍຍັງລະບຸອີກວ່າ: ຖ້າຈໍາເປັນ ອາດນໍາເອົາຂໍ້ຂັດແຍ່ງເລື່ອງການຂຶ້ນພາສີເຫລັກ ແລະ ອາລູມີນຽມໂດຍອາເມລິກາ ໄປຍື່ນຟ້ອງຕໍ່ອົງການການຄ້າໂລກ (WTO) ພ້ອມໆກັບດໍາເນີນການເຈລະຈາທະວີພາຄີຕໍ່ໄປ.