ເຊື່ອມຈອດຂົວມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການທ້າຍປີ 2025

ວັນທີ 6 ມິຖຸນາ 2025 ໄດ້ຈັດພິທີເທເບຕົງເຊື່ອມຕໍ່ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສຸລິຍະ ຈຶງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ ແລະ ພາກສ່ວນກ່ຽວຂ້ອງ ຂອງສອງປະເທດ ເຂົ້າຮ່ວມ.

ທ່ານ ສີສຸພັນ ຈັນສະຫວັດ ຮອງຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ມີຄວາມຍາວທັງໝົດ 1,350 ແມັດ, ເບື້ອງລາວ ຍາວ 535 ແມັດ ແລະ ເບື້ອງໄທ 815 ແມັດ, ກວ້າງ 17.40 ແມັດ, ມີ 2 ຊ່ອງຈະລາຈອນ, ມີດອນກາງທາງ ແລະ ມີທາງຄົນຍ່າງສອງເບື້ອງ, ໂຄງສ້າງຂອງຂົວ ຊ່ວງເທິງບົກເປັນປະເພດຂົວເບຕົງອັດແຮງ ແລະ ໂຄງສ້າງຂົວຊ່ວງກາງນໍ້າເປັນປະເພດຂົວແຂວນ ຄຶງດ້ວຍສາຍກາບ, ຕໍ່ມາໃນເດືອນພະຈິກ 2020 ໄດ້ເຊັນສັນຍາ ກັບຜູ້ຮັບເໝົາກໍ່ສ້າງຂົວເບື້ອງ ສປປ ລາວ ໂດຍແມ່ນບໍລິສັດນະພາກໍ່ສ້າງຈໍາກັດ,ໃນມູນຄ່າສັນຍາທັງໝົດ 420.5 ລ້ານກວ່າບາດ, ໄລຍະເວລາການກໍ່ສ້າງ 36 ເດືອນ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານກວດຄົນເຂົ້າ-ອອກເມືອງ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ໂດຍແມ່ນບໍລິສັດສະຫລວງກໍ່ສ້າງຈຳກັດ (ປະເທດໄທ) ຮ່ວມກັບ ບໍລິສັດວິສະວະກໍາກໍ່ສ້າງ ສາກົນທັນສະໄໝຈໍາກັດຜູ້ດຽວ (ປະເທດລາວ), ໃນມູນຄ່າ 866 ລ້ານບາດ, ໃນໄລຍະເວລາການກໍ່ສ້າງ 30 ເດືອນ, ການກໍ່ສ້າງໄດ້ເລີ່ມລົງມືໃນຕົ້ນເດືອນມັງກອນ 2021 ເຊິ່ງໜ້າວຽກສ່ວນໃຫຍ່ ໄດ້ກໍ່ສ້າງສຳເລັດໃນທ້າຍເດືອນພຶດສະພາ 2025 ທີ່ຜ່ານມາ.

ໂຄງການດັ່ງກ່າວ, ແມ່ນໄດ້ຮັບການສະໜັບສະໜູນທຶນກູ້ຢືມດອກເບ້ຍຜ່ອນຜັນ(ດອກເບ້ຍຕໍ່າ) ຈາກສຳ ນັກງານຄວາມຮ່ວມມື ເພື່ອການພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ແຫ່ງ ຣາຊະອານາຈັກໄທ ໃນມູນຄ່າ 1,380 ລ້ານກວ່າບາດ ເຊິ່ງເຫັນວ່າເປັນການຊ່ວຍເຫລືອ ທີ່ມີຄຸນຄ່າ ແລະ ມີປະສິດທິຜົນສູງ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ດຶງດູດການລົງທຶນ ແລະ ການທ່ອງທ່ຽວຂອງລາວ ໃນເວລາດຽວກັນຍັງເຮັດໃຫ້ ສປປ ລາວ ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ແລະ ສາກົນປາກົດຜົນເປັນຈິງ.

ມາຮອດປັດຈຸບັນ, ສັນຍາການກໍ່ສ້າງຂົວຂ້າມນໍ້າຂອງເບື້ອງ ສປປ ລາວ ຄືບໜ້າທັງໝົດ 98,4%, ສ່ວນສັນຍາ ການກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວຄວາມຍາວ 2,775 ແມັດ ແລະ ອາຄານດ່ານກວດຄົນເຂົ້າ-ອອກເມືອງ ລວມທັງສິ່ງອໍານວຍຄວາມສະດວກຕ່າງໆ ໄດ້ສໍາເລັດແລ້ວ 100%, ຄາດວ່າຂົວແຫ່ງນີ້ ຈະໄດ້ເປີດນໍາໃຊ້ ຢ່າງເປັນທາງການ ໃນທ້າຍປີ 2025 ທີ່ຈະມາເຖິງນີ້.

ທີ່ມາ: ໜັງສືພິມປະເທດລາວ