ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ລົງຕິດຕາມວຽກງານ ຕ້ານແລ້ງ-ຕ້ານຖ້ວມ ຢູ່ນະຄອນຫລວງວຽງຈັນ

ວັນທີ 4 ມິຖຸນາ 2025 ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຄໍາພະຈັນ ວົງຊະນະ ຫົວໜ້າກົມຊົນລະປະທານ, ພ້ອມດ້ວຍຄະນະ ໄດ້ລົງຕິດຕາມວຽກງານ ຕ້ານແລ້ງ-ຕ້ານຖ້ວມ. ໂດຍການກວດເບິ່ງປະຕູຄວບຄຸມນໍ້າຫ້ວຍເດື່ອ, ເມືອງຫາດດຊາຍຟອງ; ປະຕູຄວບຄຸມນໍ້າຫ້ວຍໝາກຮຽວ, ເມືອງປາກງື່ມ ນະຄອນຫລວງວຽງຈັນ ເພື່ອກວດກາຄວາມພ້ອມຂອງການຄວບຄຸມ ແລະ ລະບາຍນໍ້າ ໃນລະດູຝົນ ປີ 2025 ນີ້.

ນອກຈາກນັ້ນ, ກໍໄດ້ຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງແຫຼ່ງນໍ້າ ແລະ ສະຫຼອງນໍ້າ ເພື່ອຜະລິດກະສິກໍາ ທີ່ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ຢູ່ເມືອງປາກງື່ມ ເຊິ່ງໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກ ກະຊວງກະສິກຳ, ອາຫານ ແລະ ກິດຈະການຊົນນະບົດ ສ. ເກົາຫຼີ ມູນຄ່າ 5,658,357 ໂດລາສະຫະລັດ, ມີໄລຍະການຈັດຕັ້ງປະຕິບັດໂຄງການ 48 ເດືອນ ເລີ່ມແຕ່ປີ 2023-2027, ໂຄງການນີ້ ມີເປົ້າໝາຍເພື່ອພັດທະນາລະບົບຊົນລະປະທານ ໃຫ້ສາມາດສະໜອງນໍ້າໄດ້ທັງສອງລະດູ (ແລ້ງ ແລະ ຝົນ), ສາມາດສະໜອງນໍ້າໃຫ້ເນື້ອທີ່ການຜະລິດກະສິກຳ 320 ເຮັກຕາ, ກວມເອົາ 3 ບ້ານ ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການຄື: ບ້ານໝາກຮຽວ, ໝາກນາວເໜືອ ແລະ ບ້ານນາຊາ, ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ໜ້າວຽກຫຼັກຂອງໂຄງການມີຄື: 1. ກໍ່ສ້າງສະຖານີຈັກສູບນໍ້າ; 2. ທໍ່ສົ່ງນໍ້າ; 3. ກໍ່ສ້າງອ່າງພັກນໍ້າ; 4. ກໍ່ສ້າງຄອງຊົນລະປະທານ; 5. ລະບົບການບໍລິຫານຈັດການນໍ້າຊົນລະປະທານແບບທັນສະໄໝ; 6. ສ້າງສູນຄວບຄຸມບໍລິ ຫານຈັດການນໍ້າຊົນລະປະທານຂອງໂຄງການ; 7. ຕິດຕັ້ງລະບົບ ໂຊລາເຊວ ເພື່ອທົດແທນການນຳໃຊ້ໄຟຟ້າ.

ປັດຈຸບັນ ໂຄງການປະຕິບັດໄດ້ 45% ຂອງໜ້າວຽກທັງໝົດ ຄື: ວຽກຫົວງານຈັກສູບນໍ້າ: ສຳເລັດການຕອກເສົາເຂັມ ແລະ ເທເບຕົງກັນເປື້ອນ 100%; ເທຝາເບຕົງສູງ 9 ແມັດ; ຖົມດິນເຮືອນຈັກໄດ້ 20%. ແລະ ວຽກຄອງເໝືອງ: ການຖົມດິນຄອງເໝືອງ 6 ກິໂລແມັດ ປະຕິບັດສຳເລັດ 100%; ເທເບຕົງຄອງເໝືອງໄດ້ 750 ແມັດ; ສຳເລັດການຈົກອ່າງຜ່ອນ 100% (ຍັງແຕ່ວຽກເທເບຕົງ); ການເຊື່ອມທໍ່ສົ່ງນໍ້າ ສຳເລັດ 5% ຄາດວ່າຈະໃຫ້ສໍາເລັດ 100% ຕາມແຜນການທີ່ວາງໄວ້.

ທີ່ມາ: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ